ຂ່າວສານ

ການ​ສົນ​ທະ​ນາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ອີ​ຕາ​ລີ: ຫວຽດ​ນາມ ຢຶດ​ໝັ້ນ​ຕ​ໍ່​ນະ​ໂຍ​ບາຍ​ດ້ານ​ປ້ອງ​ກັນ​ຊາດ “4 ບໍ່”

ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດຳເນີນການສົນທະນານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອີຕາລີ ຄັ້ງທີ 5, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Matteo Perego di Cremnago ລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ.
ການສົນທະນາລະຫວ່າງສອງຝ່າຍ (ພາບ: nhandan.vn)

ໃນການສົນທະນາ, ທ່ານພົນໂທ ຮວ່າງຊວັນຈຽນ ຢັ້ງຢືນ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຢຶດໝັ້ນກັບນະໂຍບາຍປ້ອງກັນຊາດ “4 ບໍ່”.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອີຕາລີ, ທ່ານພົນໂທ ຮວ່າງຊວັນຈຽນ ສະເໜີວ່າ ໃນໄລຍະຈະມາເຖິງ ສອງຝ່າຍສຸມໃສ່ຄົ້ນຄວ້າຄວາມສາມາດລົງນາມໃນບັນດາເອກະສານຮ່ວມມື; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະທຸກຂັ້ນ, ການບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ ສປຊ; ຄົ້ນຄວ້າເປີດກວ້າງບັນດາກົນໄກ, ຮູບແບບແລກປ່ຽນ, ປຶກສາຫາລື; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ.

ສິ້ນສຸດການສົນທະນາ, ສອງຝ່າຍໄດ້ລົງນາມໃນເອກະສານສົນທະນາ ແລະ ໜັງສືສະແດງເຈດຈຳນົງກ່ຽວກັບການສ້າງຕັ້ງກຸ່ມເຮັດວຽກກ່ຽວກັບການຮ່ວມມືສອງຝ່າຍ.

ກໍໃນວັນດຽວກັນ, ຄະນະຜູ້ແທນ ໂດຍທ່ານ Matteo Perego di Cremnago ລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.


top