ຢູ່ເມືອງ ເກາະເຈື່ອງຊາ, ແຂວງ ແຄັງຮວ່າ ຍ້ອນເງື່ອນໄຂດິນຟ້າອາກາດທີ່ມີການຜັນແປຢ່າງຮ້າຍແຮງ, ເງື່ອນໄຂໄປຮຽນໄປສອນຂອງອ້າຍເອື້ອຍຄູ ແລະ ນັກຮຽນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຮັບຄວາມສົນໃຈຈາກເຂດດິນຕໍ່ແຜ່ນ, ພ້ອມດ້ວຍຄວາມມານະພະຍາຍາມຂອງອ້າຍຄູ, ເອື້ອຍຄູ ກໍຄືນັກຮຽນ, ໂຮງຮຽນຫຼັງຕ່າງໆຢູ່ກາງທະເລນັ້ນ ຍາມໃດຟົດຟື້ນດ້ວຍສງງກອງ, ສຽງເດັກໆອ່ານໜັງສື ແລະ ຢອກຫຼີ້ນຢ່າງມ່ວນຊື່ນ.
ໂຮງຮຽນປະຖົມ ດ້າເຕີຍ. (ພາບ: Quang Đạo)
ໃນໜຶ່ງຊົ່ວໂມງຂຶ້ນຫ້ອງສອນຢູ່ໂຮງຮຽນປະຖົມ ດ້າເຕີຍ, ຂຶ້ນກັບເມືອງ ເຈື່ອງຊາ, ແຂວງ ແຄັງຮວ່າ, ອ້າຍຄູ ຫງວຽນກົງກວາ ທັງແນະນຳໃຫ້ນ້ອງໆນັກຮຽນ ຊັ້ນ ປ4 ອ່ານໃຫ້ແຈ້ງ ແລະ ເຂົ້າໃຈຄວາມໝາຍຂອງບົດໃນວິຊາ ພາສາຫວຽດ, ທັງຍາດເວລາກວດແກ້ບົດຫັດຂຽນໜັງສືໃຫ້ນັກຮຽນ ຊັ້ນ ປ1 ຫຼື ບົດແກ້ເລກຂອງນັກຮຽນ ຊັ້ນ ປ3. ໂດຍຕ່າງກັບເຂດດິນຕໍ່ແຜ່ນ, ການສອນຢູ່ເກາະ ເຈື່ອງຊາ ມີລັກສະນະສະເພາະ ເຊິ່ງຮຽກຮ້ອງຄວາມພະຍາຍາມຂອງທັງຄູທັງນັກຮຽນ. ຫ້ອງຮຽນໜຶ່ງມີຄູສອນ 1 ຄົນ ແຕ່ນັກຮຽນພັດມີຫຼາຍເກນອາຍຸທີ່ແຕກຕ່າງກັນ ສະນັ້ນ ກໍໃນຊົ່ວໂມງດຽວຕ້ອງສອນຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ຊັ້ນອະນຸບານ ຮອດ ຊັ້ນ ປ5. ດັ່ງນັ້ນ, ຄູສອນສັບຊ້ອນເວລາໝູນວຽນກັນ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ, ແຕ່ຄວາມຄາດຫວັງຢາກນຳເອົາຄວາມຮູ້ຂອງຕົນ ໄປແບ່ງປັນໃຫ້ນັກຮຽນຢູ່ ເຈື່ອງຊາ, ກ່ອນນີ້ 5 ປີ, ອ້າຍຄູ ຫງວຽນກົງກວາ ໄດ້ຂຽນໃບຄຳຮ້ອງສະໝັກໃຈໄປສອນຢູ່ ເຈື່ອງຊາ. ພາຍຫຼັງສອນມາເປັນ 4 ປີ ຢູ່ ໂຮງຮຽນປະຖົມ ຢູ່ເກາະ ຊິງໂຕ່ນ, ອ້າຍຄູ ຫງວຽນກົງກວາ ໄດ້ຍ້າຍມາສອນຢູ່ ເກາະ ດ້າເຕີຍອາ ສືບຕໍ່ສອນໃຫ້ນັກຮຽນທຸກເກນອາຍຸຢູ່ທີ່ນີ້. ອ້າຍຄູ ຫງວຽນກົງກວ່າ ແບ່ງປັນວ່າ: ການມາສອນໜັງສື ແລະ ອຸທິດສ່ວນຢູ່ ເຈື່ອງຊາ ນັ້ນ ແມ່ນຄວາມເປັນກຽດຢ່າງຍິ່ງ, ດັ່ງນັ້ນ, ຍາມໃດອ້າຍຄູ ກວາ ກໍພະຍາຍາມນຳເອົາຄວາມຮູ້ດີທີ່ສຸດມາສິດສອນໃຫ້ນ້ອງໆນັກຮຽນ.
“ຄວາມຫຍຸ້ງຍາກທີ່ສຸດແມ່ນນັກຮຽນຢູ່ນີ້ມີອາຍຸບໍ່ເທົ່າກັນ. ນອກຈາກການສອນໜັງສືແລ້ວ, ນອກຊົ່ວໂມງຮຽນ, ຂ້າພະເຈົ້າຍັງຈັດການດຳເນີນຊີວິດເພື່ອແນໃສ່ປຸກລຸກນ້ຳໃຈຮັກທະເລໝູ່ເກາະ, ຮັກປະເທດຊາດ ແລະ ບ້ານເກີດເມືອງນອນ. ສຳລັບນັກຮຽນ ຊັ້ນ ມ4, ມ5, ປ2, ທຸກໆວັນອາທິດ ຂ້າພະເຈົ້າ ຈະຍາດເວລາສອນຄອມພິວເຕີ ແລະ ພາສາອັງກິດໃຫ້. ຂ້າພະເຈົ້າປາດຖະໜາວ່າ ພາຍຫຼັງຮຽນຈົບ ຊັ້ນ ມ5 ຢູ່ເກາະແລ້ວ, ເມື່ອເຂົ້າຮຽນຕໍ່ຢູ່ເຂດດິນຕໍ່ແຜ່ນ ນ້ອງໆຈະມີຄວາມຮູ້, ທັກສະຢ່າງພຽງພໍ ຄືໝູ່, ສືບຕໍ່ສູ້ຊົນບືນຕົວຂຶ້ນ ກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ”.