ຂ່າວສານ

ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງວິ​ໄສ​ທັດ 100 ປີ, ບູ​ລະ​ນະ​ບໍ​ລິ​ເວນ​ພາຍ​ໃນ​ຕົວ​ເມືອງ, ເປີດ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ການ​ວາງ​ແຜນ​ຜັງ​​ນະ​ຄອນຫຼວງ ຮ່າ​ໂນ້ຍ​ວິ​ໄສ​ທັດ 100 ປີ​ກຳ​ນົດ​ເຂດ​ບໍ​ລິ​ຫານ​ນະ​ຄອນຫຼວງ ເກືອບ 3.360 ຕາ​ລາງກີ​ໂລ​ແມັດ, ປະ​ຊາ​ກອນ​ແຕ່ 14 – 15 ລ້ານ​ຄົນໃນ​ປີ 2035, 17 – 19 ລ້ານ​ຄົນ​ໃນ​ປີ 2065.

ຕອນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ໄດ້​ດຳ​ເນີນກອງ​ປະ​ຊຸມ​ປະ​ກາດ​ແຜນ​ຜັງ​ນະ​ຄອນຫຼວງ ຮ່າໂນ້ຍ ວິ​ໄສ​ທັດ 100 ປີ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຮອດ​ປີ 2026. ເຫດ​ການ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ​ຈັດ​ຕັ້ງ. ທ່ານ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ພ້ອມ​ກັບ​ຜູ້​ແທນກວ່າ 1000 ທ່ານ, ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ເຂົ້າ​ຮ່ວມ​ເຫດ​ການ.

ການ​ວາງ​ແຜນ​ຜັງ​​ນະ​ຄອນຫຼວງ ຮ່າ​ໂນ້ຍ​ວິ​ໄສ​ທັດ 100 ປີ​ກຳ​ນົດ​ເຂດ​ບໍ​ລິ​ຫານ​ນະ​ຄອນຫຼວງ ເກືອບ 3.360 ຕາ​ລາງກີ​ໂລ​ແມັດ, ປະ​ຊາ​ກອນ​ແຕ່ 14 – 15 ລ້ານ​ຄົນໃນ​ປີ 2035, 17 – 19 ລ້ານ​ຄົນ​ໃນ​ປີ 2065. ການ​ວາງ​ແຜນ​ຜັງ ຖື​ແມ່​ນ້ຳ​ແດງ​ແມ່ນແກ່ນເຂດ​ທິ​ວ​ທັດ​ຊີ​ວະ​ພາບ - ວັດ​ທະ​ນະ​ທຳຫຼັກ​ແຫຼ່ງ, ລວ​ມ​ມີ 9 ຂົ້ນ​ພັດ​ທະ​ນາ, 9 ສູນ​ກາງ​ໃຫຍ່ ແລະ 9 ແກ່ນ​ກຳ​ລັງ​ໜູນ. ໄລ​ຍະ 2026 – 2035, ທາງ​ນະ​ຄອນ​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ທ້ອ​ງ​ຖິ່ນ (GRDP) ສະ​ເລ່ຍ​ປະ​ມານ 11%/ປິ, ​ຂອບ​ເຂດ GRDP ບັນ​ລຸ​ປະ​ມານ 200 ຕື້ USD ໃນ​ປີ 2035 ແລະ ປະ​ມານ 640 ຕື້ USD ໃນ​ປີ 2045. ວິ​ໄສ​ທັດ​ 100 ປີ, ຮ່າ​ໂນ້ຍ​ມຸ່ງ​ໄປ​ເຖິງ​ການ​ກາຍ​ເປັນ​ນະ​ຄອນ​ທົ່ວ​ໂລກ “ອະ​ລິ​ຍະ​ທຳ - ອັດ​ສະ​ລິ​ຍະ - ຊີ​ວະ​ພາບ” ນອນ​ໃນ​ກຸ່ມ​ບັນ​ດາ​ນະ​ຄອນ​ມີ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ແລະ ມີ​ຄວາມ​ຜາ​ສຸກ​ສູງ​ທີ່​ສຸດ​ໃນ​ໂລກ.

ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເຂດ​ແນະ​ນຳ​ການ​ວາງ​ແຜນ​ກຳ​ນົດ​ສັງ​ລວມ​ນະ​ຄອນ ຮ່າ​ໂນ້ຍ ວິ​ໄສ​ທັດ​ 100 ປີ (ພາບ: VOV)

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຊີ້​ແຈ້ງວ່າ​ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ​ທີ່​ມີ​ຜົນສັກ​ສິດ ​ແຕ່​ວັນ​ທີ 1 ກໍ​ລະ​ກົດ 2026, ຮ່າ​ໂນ້ຍ ໄດ້​ມອບຫຼາຍ​ກົນ​ໄກ​ພິ​ເສດ​ກ່ຽວ​ກັບ​ການ​ແບ່​ງ​ຂັ້ນ​ຄຸ້ມ​ຄອງ, ລະ​ດົມ​ແຫຼ່ງ​ກຳ​ລັງ, ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທ​ະ​ນາ​ຕົວ​ເມືອງ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ດ​ຶງ​ດູດ​ການ​ລົງ​ທຶນ… ເຊິ່ງ​ແມ່ນ​ໂອ​ກາດ​ປະ​ຫວັດ​ສາ​ດ​ເພື່ອ​ໃຫ້​ທາງ​ນະ​ຄອນຫຼວງ​ບຸກ​ທະ​ລຸ​ຢ່າງ​ແຮງ, ຜັນ​ຂະ​ຫຍາຍ​ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງວິ​ໄສ​ທັດ 100 ປີ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ. ທ່ານ​ກ່າວ​ວ່າ:

“ເພື່ອ​ປະ​ຕິ​ບັດ​ວິ​ໄສ​ທັດ​ພັດ​ທະ​ນາ​ທີ່​ໄດ້​ກຳ​ນົດ​ແລ້ວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຮ່າ​ໂນ້ຍ​ຕ້ອງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ການ​ວາງ​ແຜນ​ຜັງ​ພຽງ​ແຕ່​ມີ​ຄຸນ​ຄຸ່າ​ເມື່ອ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຮ່າ​ໂນ້ອຍ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ການ​ກຳ​ນົດ​ທິດ​ຂອງ​ການ​ວາງ​ແຜນ​ຜັງ​ກາຍ​ເປັນ​ໂຄງ​ການ, ກິດ​ຈະ​ກຳລະ​ອຽດ​ໂດຍ​ໄວ, ຖື​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ບັດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແມ່ນ​ໄມ້​ວັດ​ແທກ​ຂອງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ.”

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ຮ່າ​ໂນ້ຍ​ໃຫ້​ບຸ​ລິ​ມະ​ສິດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ ແລະ ຄວາມ​ສາ​ມາດ​ແຜ່​ກະ​ຈາຍ​ຢ່າງ​ແຮງ​ລວມ​ມີ: ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຍຸດ​ທະ​ສາ, ເຕັກ​ໂນ​ໂລ​ຢີ​ສູງ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ສູນ​ຂໍ້​ມູນ, ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ລ້​ຸນ​ໃໝ່… ທ່ານ​ໃຫ້​ຮູ້​ຕື່ມ​ອີກວ່າ:

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ສືບ​ຕໍ່​ຕັ້ງ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ຫວຽດ​ນາມ ແລະ ຮ່າ​ໂນ້ຍ, ດ້ວຍ​ຈິດ​ໃຈ​ຮ່ວມ​ມື​ຍາວ​ນານ, ລົງ​ທຶນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ເຄົາ​ລົບ​ກົດ​ໝາຍ, ​ຜົນ​ປະ​ໂຫຍດ​ຂອງວິ​ສ​ຫາ​ກິດ ຕິດ​ພັນ​ກັບຜົ​ນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອ​ງ​ນະ​ຄອນຫຼວງ. ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູ​ນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.”


top