ຂ່າວສານ

ການ​ລົງ​ທຶນ​ໃຫ້​ແກ່​ເຂດ​ຊາຍ​ແດນ​ແມ່ນ​ການ​ລົງ​ທຶນ​ໃຫ້​ການ​ຄວາມ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ປະ​ເທດ​ຊາດ

ວັນທີ 16 ພະຈິກ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ຫຼາຍໂຮງຮຽນ, ເພື່ອປະຕິບັດຂະບວນການ ທົ່ວປະເທດເພື່ອນັກຮຽນເຂດຊາຍແດນທີ່ຮັກແພງ.
  ພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນຢູ່ບັນດາເຂດຊາຍແດນ ແຂວງ ກ໋ວາງຫງາຍ (ພາບ: VGP/Nguyễn Hoàng)  

ຢູ່ແຂວງກ໋ວາງຫງາຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ ຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນ ຢູ່ຕາແສງ ຢຸກນົງ ແລະ ສາມສະຖານທີ່ເຊື່ອມຕໍ່ອື່ນຢູ່ບັນດາຕາແສງ: ໂມຣາຍ, ເຣີເກີຍ ແລະ ຊາລອງ. ນີ້ແມ່ນບັນດາໂຄງການຈຸດສຸມ, ນອນໃນແຜນນະໂຍບາຍລົງທຶນກໍ່ສ້າງໂຮງຮຽນຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງໄດ້ຢັ້ງຢືນວ່າບັນດາໂຄງການສະແດງນ້ຳໃຈຄວາມຮັບຜິດຊອບຂອງພັກ, ລັດ ຕໍ່ພາລະກຳການສຶກສາ, ສຳລັບພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດຊາຍແດນຂອງປະເທດຊາດ. ເພື່ອໃຫ້ບັນດາໂຄງການປະຕິບັດສຳເລັດໂດຍໄວ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງຄະນະກຳມະການປະຊາຊົນ ແຂວງ ກ໋ວາງຫງາຍ ຊີ້ນຳບັນດາເຈົ້າຂອງການລົງທຶນ, ຫົວໜ່ວຍປະຕິບັດ ເພື່ອຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ຄວາມປອດໄພ, ປະສິດທິຜົນ.

ແລະກໍ່ໃນຕອນເຊົ້າວັນທີ 16 ພະຈິກ, ຢູ່ຕາແສງ ອີອານານ, ທ່ານຮອງນາຍົກລັດຖະມົນຕີ ໂຮກວັກຢຸງ ໄດ້ເຂົ້າຮ່ວມໂຄງການ ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ຂັ້ນມັດທະຍົມຕອນຕົ້ນຢູ່ 7 ຕາແສງເຂດຊາຍແດນແຂວງ ຢາລາຍ.


top