ຂ່າວສານ

ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້ຫຼາຍ​ກ່​ວາ​ອີກ

ການນຳພັກ, ລັດ ຫວຽດນາມ ປາດຖະໜາວ່າ ການຢ້ຽມຢາມຈະບັນລຸໝາກຜົນທີ່ດີງາມໃນທຸດກ້ານຄື: ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ກຳນົດບັນດາທິດທາງໃຫຍ່, ມີຈຸດສຸມຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ...
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ວັນທີ 11 ເມສາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (14 – 15 ເມສາ) ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ປະທານປະເທດ ເລືອງເກືອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ຮູ້ວ່າ ນີ້ແມ່ນເຫດການການເມືອງທາງການທູດທີ່ສຳຄັນຂອງສອງພັກ, ສອງລັດ ມີຄວາມໝາຍຍຸດທະສາດ,  ມີການກະທົບຍາວນານຕໍ່ການພັດທະນາຂອງການພົວພັນສອງຝ່າຍ.

ຄາດວ່າໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິນຜິງ ຈະດຳເນີນພົບປະເຈລະຈາຂັ້ນສູງກັບທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລື່ອງເກືອງ, ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການ, ທິດທາງ, ກຳນົດທິດໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃນບັນດາຂົງເຂດ, ນອກຈາກກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ກໍ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວທາງການທູດສຳຄັນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ ການນຳພັກ, ລັດ ຫວຽດນາມ ປາດຖະໜາວ່າ ການຢ້ຽມຢາມຈະບັນລຸໝາກຜົນທີ່ດີງາມໃນທຸດກ້ານຄື: ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ກຳນົດບັນດາທິດທາງໃຫຍ່, ມີຈຸດສຸມຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ, ຍົກລະດັບການຮ່ວມມືຢ່າງແທ້ຈິງລະຫວ່າງສອງປະເທດຕາມທິດນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ຍືນຍົງ…


top