ຂ່າວສານ

ການ​ຢ້ຽມ​ຢາມ ທ​າງ​ລັດ​ຖະ​ກິດ​ຢູ່​ລາວ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື່ອງ ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໃນຄັ້ງນີ້ ຈະສ້າງກຳລັງໜູນໃໝ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ພາບ: TTXVN)
“ການຢ້ຽມຢາມ ທາງລັດຖະກິດຢູ່ລາວຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະສ້າງກຳລັງໜູນໃໝ່ທີ່ສຳຄັນໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ” ສິ່ງດັ່ງກ່າວ ໂດຍທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ເຊິ່ງຈະດຳເນີນແຕ່ວັນທີ 24 – 25 ເມສາ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລ້ວ, ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍຖືປະເທດລາວ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຂອງຕົນ; ຢັ້ງຢືນການສະໜັບສະໜູນຢ່າງແຮງຂອງ ຫວຽດນາມ ສຳລັບພາລະກິດແຫ່ງການປ່ຽນແປງໃໝ່ຢູ່ ລາວ… ພ້ອມກັບຫຼາຍເນື້ອໃນສຳຄັນ ທີ່ຄາດວ່າການນຳສອງປະເທດຈະນຳມາປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຖືວ່າ ການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໃນຄັ້ງນີ້ ຈະສ້າງກຳລັງໜູນໃໝ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ, ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

top