“ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການຢ້ຽມຢາມຄັ້ງປະຫວັດສາດແຫ່ງການເຊື່ອມຕໍ່ຍຸດທະສາດ ແລະ ການຮ່ວມມືທີ່ແທດຈິງ”. ນີ້ແມ່ນຄຳຕີລາຄາຂອງທ່ານນາງ ສຈ. ຮານຈີນເຢືອ, ນັກຊ່ຽວຊານແຖວໜ້າກ່ຽວກັບ ຫວຽດນາມ, ນັກຄົ້ນຄວ້າອາວຸໂສຂອງສະຖາບັນຄົ້ນຄວ້າລັດທິ Marx, ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຈີນ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບປະກອບ: VOV)
ຕາມທ່ານ ສຈ. ຮານຈີນເຢືອ ແລ້ວ, ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ໃຫ້ເຫັນວ່າ ການນຳ ຫວຽດນາມ ຖືສາຍພົວພັນ ຫວຽດນາມ - ຈີນ ເປັນສຳຄັນທີ່ສຸດ; ສ່ອງແສງຄົບຖ້ວນທັດສະນະຖືການພັດທະນາສາຍພົວພັນກັບ ຈີນ ແມ່ນສະເໝີຕົ້ນສະເໝີປາຍ, ຄຳຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທັງໝົດຂອງ ຫວຽດນາມ.
“ສຳລັບຝ່າຍ ຈີນ, ອາດຈະເຫັນໄດ້ວ່າ, ພວກຂ້າພະເຈົ້າໄດ້ຖືການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນສຳຄັນທີ່ສຸດ. ໃນການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເນັ້ນໜັກວ່າ: ບໍ່ວ່າໃນສະພາບການສາກົນມີການປ່ຽນແປງແນວໃດກໍຕາມ, ສາຍພົວພັນ ຈີນ - ຫວຽດນາມ ຍາມໃດກໍຈະແມ່ນທິດທາງບຸລິມະສິດໃນນະໂຍບາຍການທູດຖານບ້ານໃກ້ເຮືອນຄຽງຂອງ ຈີນ. ສິ່ງດັ່ງກ່າວ ໄດ້ຢັ້ງຢືນຄືນຄວາມສຳຄັນຂອງການພົວພັນ ຈີນ - ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງ ຈີນ”.