ຂ່າວສານ

ການ​ຢ້ຽມ​ຢາມອິນ​ເດຍ​ຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ

ອິນ​ເດຍ​ຄາດ​ວ່າ​ຈະ​ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ຄື: ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວ​ສານ ແລະ ການສື່ສານ, ນະ​ວັດ​ຕະ​ກຳ
  ທ່ານ Tshering W. Sherpa ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ (ພາບ: VOV)  
ການ​ຢ້ຽມ​ຢາມ​ອິນ​ເດຍຂອ​ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ, ສິ່ງ​ນີ​ໂດຍ​ທ່ານ​ Tshering W. Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ເນັ້ນ​ໜັ້ກ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເມື່ອ​ວັນ​ທີ 5 ພຶດ​ສະ​ພາ, ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ອິນ​ເດຍ ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ແຕ່​ວັນ​ທີ 5 – 7 ພຶດ​ສະ​ພາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Tshering W. Sherpa ຊີ້​ແຈ້ງວ່າ ລັດ​ຖະ​ບານ ອິນ​ເດຍ ຖື​ເປັນ​ສຳ​ຄັນ​ພິ​ເສດ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ. ຕາມ​ທ່ານ Tshering W. Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດແລ້ວ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ໃນ​ 10 ປີ​ຜ່ານ​ມາ, ປັດ​ຈຸ​ບັນ​ພວມ​ຢູ່​ໃນ​ລະ​ດັບ 16 ຕື້ USD, ແຕ່​ຫວຽດ​ນາມ ແລະ ອິນ​ເດຍ​ອາດ​ສາ​ມາດ​ເຮັດ​ໃຫ້ຫຼາຍກວ່າ​ອີກ, ດ້ວຍ​ທ່າ​ແຮງ​ກ່ຽວ​ກັບ​ຊັ​ບ​ພະ​ຍາ​ກອນ​ມະ​ນຸດ, ເຕັກ​ນິກ​ Startup ແລະ ສັງ​ຄົມ​ເຕັມ​ໄປ​ດ້ວຍ​ແງ່​ຫວັງ. ອິນ​ເດຍ​ຄາດ​ວ່າ​ຈະ​ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ຄື: ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວ​ສານ ແລະ ການສື່ສານ, ນະ​ວັດ​ຕະ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ປັນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຢີ Quantum, ການ​ຢາ, ການ​ຂົນ​ສົ່ງ ແລະ ການ​ເຊື່ອມ​ໂຍງ​ພື້ນ​ຖານ​ໂຄງ​ລ່າງ. ອິນ​ເດຍ​ຍາມ​ໃດ​ກໍ່​ພ້ອມ​ທີ່​ຈະ​ປະ​ສານ​ສົມ​ທົບ​ກັບ​ຫວຽດ​ນາມ ເພື່ອ​ຫັນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

top