ຂ່າວສານ

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອັງ​ກິດ​ບັນ​ລຸ​ໄດ້ ຜົນ​ສ​ຳ​ເລັດຫຼາຍ​ຢ່າງ, ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall 

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຮ່ວມມືກັບ ລາຊະອານາຈັກອັງກິດເປັນສຳຄັນ ແລະ ທ່ານສະແດງຄວາມຊົມເຊີຍເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດບັນລຸໄດ້ຜົນງານຫຼາຍຢ່າງ, ມີການພັດທະນາຢ່າງແຮງ, ຕັ້ງໜ້າ, ຮອບດ້ານ ແລະ ສະເໜີໃຫ້ສອງປະເທດຄວນຈັດຕັ້ງຫຼາຍການເຄື່ອນໄຫວແທດຈິງ, ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023). ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ປັດຈຸບັນ ອັງກິດແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນ, ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຢູ່ຕະຫຼາດເອີລົບ ແລະ ແມ່ນນັກລົງທຶນເອີລົບແຖວໜ້າຢູ່ ຫວຽດນາມ.

ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຜັນຂະຫຍາຍໝາກຜົນຂອງກອງປະຊຸມ COP 26. ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍເມື່ອ G7 ໄດ້ເລືອກເອົາ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທຳອິດເພື່ອໜູນຊ່ວຍປະຕິບັດຄຳໝັ້ນສັນຍາຢູ່ COP 26.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ ກໍ່ຄືການຮ່ວມມືສອງປະເທດໃນສະພາບການຫຼາຍຝ່າຍ, ສອງຝ່າຍໄດ້ເນັ້ນໜັກວ່າ ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກໃນການແກ້ໄຂບັນຫາທົ່ວໂລກ, ພິເສດແມ່ນຕ້ອງມີການປະພຶດທີ່ສອດຄ່ອງໃນການພົວພັນສາກົນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສຳຜັດທົ່ວໂລກ, ເພີ່ມທະວີການສົນທະນາ, ຫລີກລ້ຽງການສູ້ຢັນກັນ.

(ແຫຼ່ງຄັດຈາກ VOV)


top