ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ: ອາ​ເມ​ລ​ກາ ຍົກ​ເລີກ​​ແຜນ​​ການບຸກ​ໂຈມ​ຕີ ອີ​ຣານ

ບັນ​ດາ​ການ​ນຳ​ເຂດ​ອ່າວ​ເຊື່ອ​ໝັ້​ນ​ວ່າ ຂໍ້​ຕົກ​ລົງ “​ເປັນ​ໜ້າ​ຍອມ​ຮັບ​ໄດ້” ສຳ​ລັບ​ອາ​ເມ​ລິ​ກາ, ບັນ​ດາ​ປະ​ເທດ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ປະ​ຊາ​ຄົມ​ສາ​ກົນ ອາດ​ສາ​ມາດ​ບັນ​ລຸ​ໄດ້​ໂດຍ​ໄວ.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ​ຢູ່​ທຳ​ນຽບ​ຂາວ (ພາບ: REUTERS)  

ວັນ​ທີ 18 ພຶດ​ສະ​ພາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ໄດ້​​ຍົ​ກ​ເລີກ​ແຜນ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະ​ຫານ​ເລັ່ງ​ໃສ່​ອີ​ຣານ ເ​ຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 19 ພຶດ​ສະ​ພາ. ໃນ​ບົດ​ຂຽນ​ທີ່ລົງ​​ທາງສື່​ສັງ​ຄົມ​ອອນ​ໄລ Truth Social, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ທ່ານ Sheikh Tamim bin Hamad Al Thani ມະຫາກະສັດກາຕາ, ທ່ານ Mohammed bin Salma ມົງກຸດລາຊະກຸມມານ ອາຣັບ​ບິ ຊາ​ອຸ​ດິ ແລະ ທ່ານ Mohamed bin Zayed Al Nahyan ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ ໄດ້​ສະ​ເໜີ​ອາ​ເມ​ລິ​ກາ “ໂຈະ​ຊົ່ວ​ຄາວການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະ​ຫານ ທີ່​ໄດ້​ຂຶ້ນ​ແຜນ​ການ​ແລ້ວ” ຍ້ອນ​ວ່າ​ການ​ບັນ​ດາ​ເຈ​ລະ​ຈາ​​ທີ່ເຂັ້ມ​ງວດ ພວມ​ໄດ້​ດຳ​ເນີນໄປ​ໃນ​ປັດ​ຈຸ​ບັນ. ຕາມ​ທ່ານ ແລ້ວ, ບັນ​ດາ​ການ​ນຳ​ເຂດ​ອ່າວ​ເຊື່ອ​ໝັ້​ນ​ວ່າ ຂໍ້​ຕົກ​ລົງ “​ເປັນ​ໜ້າ​ຍອມ​ຮັບ​ໄດ້” ສຳ​ລັບ​ອາ​ເມ​ລິ​ກາ, ບັນ​ດາ​ປະ​ເທດ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ປະ​ຊາ​ຄົມ​ສາ​ກົນ ອາດ​ສາ​ມາດ​ບັນ​ລຸ​ໄດ້​ໂດຍ​ໄວ. ທ່ານ​ເນັ້ນ​ໜັກ​ວ່າ ຂໍ້​ຕົກລົງ​ສະ​ບັບ​ນີ້ ​ລວມ​ມີ​ເງື່ອນ​ໄຂ “ອີ​ຣານ ບໍ່​ໄດ້ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ”.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Esmail Baghaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຮານ ຢັ້ງ​ຢືນ​ວ່າ ວິ​ວັດ​ການ​ເຈ​ລະ​ຈາ ຍັງ​​ສືບ​ຕໍ່​ດຳ​ເນີນ. ທ່ານ​ໃຫ້​ຮູ້​ວ່າ ອີ​ຣານ ໄດ້​ມີ​ຄຳ​ຕອບ​ຕໍ່​ຂໍ້​ສະ​ເໜີຫຼ້າ​ສຸດ​ຂອງ ອາ​ເມ​ລິ​ກາ ແລະ ສົ່ງ​ໄປ​ຍັງ​ວໍ​ຊິງ​ຕັນ ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ ເຕ​ເຮ​ຣານ ກ່ຽວ​ຂ້ອງ​ເຖິງບັນ​ດາ​ຂໍ້​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງ.


top