ວັນທີ 28 ກໍລະກົດ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ອອກຖະແຫຼງການວ່າ ວໍຊິງຕັນ ພວມຄວບຄຸມຊ່ອງແຄບທະເລ Hormuz ແລະ ມີພຽງແຕ່ບັນດາກ່ຳປັ່ນທີ່ໄດ້ຮັບການອະນຸຍາດຈາກ ອາເມລິກາ ຈຶ່ງສາມາດໄປຜ່ານເສັ້ນທາງທະເລຍຸດທະສາດນີ້.
ໃນການໃຫ້ສຳພາດກັບ Fox News, ທ່ານປະທານາບໍດີ ອາເມລິກາ ຢັ້ງຢືນວ່າ ອີຣານ ບໍ່ຄວບຄຸມຊ່ອງແຄບທະເລ Hormuz, ແຕ່ຖືວ່າ ເຕເຮຣານ ຍັງອາດສາມາດເຮັດໃຫ້ການເຄື່ອນໄຫວເດີນເຮືອຖືກຂາດວັກຂາດຕອນ ດ້ວຍວິທີວາງລະເບີດໃຕ້ນ້ຳ. ການນຳ ອາເມລິກາ ກ່າວເຕືອນວ່າ ວໍຊິງຕັນ ອາດຈະບຸກໂຈມຕີເຂດປະສົມ ພູ Pickaxe ຖ້າສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງ. ອາເມລິກາ ອາດຈະມ້າງທຳລາຍຂົວ ແລະ ໂຮງງານໄຟຟ້າຫຼາຍແຫ່ງຂອງ ອີຣານ, ແຕ່ກໍຈະຫຼີກລ້ຽງການບຸກໂຈມຕີເຂົ້າບັນດາຮາກຖານບຳບັດນ້ຳທະເລ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນ.
ໃນວັນດຽວກັນ, ອີຣານ ກໍຖະແຫຼງຍັງຮັກສາສິດຄວບຄຸມການເຄືື່ອນໄຫວເດີນເຮືອຜ່ານຊ່ອງແຄບທະເລ Hormuz, ພ້ອມທັງປະຕິເສດຂໍ້ມູນທີ່ວ່າ ປະເທດນີ້ສະເໜີເຊື່ອມຕໍ່ການເຈລະຈາກັບ ອາເມລິກາ ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ຢຸດຕິຊົ່ວຄາວບັ້ນບຸກໂຈມຕີທາງອາກາດທີ່ແກ່ຍາວ 2 ອາທິດ.