ເຕເຮຣານ ສະໜັບສະໜູນຂໍ້ສະເໜີເປີດຊ່ອງແຄບທະເລ Hormuz ຄືນໃໝ່ຕາມຂັ້ນຕອນ 2 ວັນ.
ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: IRNA/VNA)
ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ຈະດຳເນີນການເຈລະຈານິວເຄຼຍກັບ ອາເມລິກາ ພາຍຫຼັງຊ່ອງແຄບທະເລ Hormuz ໄດ້ເປີດຄືນໃໝ່ບົນພື້ນຖານບັນດາເງື່ອນໄຂຂອງ ອີຣານ ໄດ້ຮັບການຕອບສະໜອງ. ພ້ອມທັງຢັນຢືນວ່າ ນະໂຍບາຍກ່ຽວກັບນີວເຄຼນ ແລະ ຫຼັກໝັ້ນທາງການຂອງ ເຕເຮຣານ ມາຮອດປະຈຸບັນ, ຍັງໄດ້ຮັກສາໄວ້ເໝີອນເດີມ.
ໃນການຕອບສຳພາດນັກຂ່າວໃນວັນທີ 21 ພະຈິກ, ທ່ານ ລັດຖະມົນຕີການຕ່າງປະເທດ Abbas Araghchi ໃຫ້ຮູ້ວ່າ ເຕເຮຣານ ຍັງສະໜັບສະໜູນຂໍ້ສະເໜີເປີດຊ່ອງແຄບທະເລ Hormuz ຄືນໃໝ່ຕາມຂັ້ນຕອນ 2 ວັນ. ຕາມນັ້ນແລ້ວ, ອາເມລິກາ ຈະປະຕິບັດບັນດາຄຳໝັ້ນສັນຍາໃນວັນທຳອິດ ສ່ວນ ອີຣານ ຈະເປີດ ຊ່ອງແຄບທະເລ Hormuz ໃນວັນທີ 2 ຊື່ງໄດ້ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງສຸດທ້າຍ. ທ່ານຖືວ່າ, ວໍຊິງຕັນ ຕ້ອງສະແດງໃຫ້ເຫັນຄວາມປາດຖະໜາບັນລຸໄດ້ຂໍ້ຕົກລົງ ແລະ ມີບາດກ້າວເດີນສ້າງຄວາມໄວ້ເນື້ອເຊື່ອໃຈ. ເຕເຮຣານ ພວມພິດຈາລະນາບັນດາຂໍ້ສະເໜີກ່ຽວກັບບັນຫານິວເຄຼຍ ໂດຍບັນດາຝ່າຍເປັນກາງສົ່ງມາໃຫ້. ຕາມທ່ານ Abbas Araghchi, ອົງການປະລະມານູສາກົນ (IAEA) ຈະມີ “ບົດບາດໃນບໍ່ວ່າຂໍ້ຕົກລົງນິວເຄຼຍສະບັບໃດໆ”, ແຕ່ກໍ່ເນັ້ນໜັກເຖິງລັກສະນະສັບສົນຂອງຂໍ້ຕົກລົງນີວເຄຼຍສະບັບໜຶ່ງ