ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ອາ​ເມ​ລິ​ກາ ຢຸດ​ຕິ​​ຊົ່ວ​ຄາວ​​ການເຄື່ອນ​ໄຫວປ້ອງ​ກັນ​ບັນ​ດາ​ກ່ຳ​ປັ່ນ​ໄປ​ຜ່ອນ​ຊ່ອງ​ແຄບ​ທະ​ເລ Hormuz

ໃນ​ການ​ກະ​ທຳ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ ອີ​ຣານ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກກ​ກາງ, ວັນ​ທີ 05 ພຶດ​ສະ​ພາ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ຢຸດ​ຕິ​​ຊົ່ວ​ຄາວ​ບັ້ນ​​ການ​ທະ​ຫານ “ໂຄງ​ການ​ເສ​ລີ” (Project Freedom) ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ກ່ຳ​ປັ່ນ​ເຄື່ອນ​ຍ້າຍ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz.

ໃນ​ສານ​ທີ່​ໄດ້​ເອົາ​ລົງ​ໃນ​ສື່​ສັງ​ຄົມ Truth Social, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໃຫ້​ຮູ້​ວ່າ ບັ້ນ​ຮົບ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຈະ “ຢຸດ​ຕິ​ຊົ່ວ​ຄາວ​ໃນ​ໄລ​ຍະ​ເວ​ລາ​ອັນ​ສັ້ນໆ” ເພື່ອ​ຕີ​ລາ​ຄ​າ​ເບິ່ງວ່າ ບັນ​ດາ​ຝ່າຍ​ອາດ​ຈ​ະ​​ເຮັດສຳ​ເລັດ ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງຫຼື​ບໍ. ຕາມ​ການ​ນຳ ອາ​ເມ​ລິ​ກາ ແລ້ວ, ຂໍ້​ຕົກ​ລົງ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ຂໍ້​ສະ​ເໜີ​ຂອງ ປາ​ກິດ​ສະ​ຖານ ແລະ ປະ​ເທດ​ອື່ນອີກ​ຈຳ​ນວນ​ໜຶ່ງ.

ກໍ​ໃນ​ວັນ​ທີ 05 ພຶດ​ສະ​ພາ, ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ທ່ານ Pete Hegseth ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ ໄດ້​ຢັ້ງ​ຢືນ​ວ່າ ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຕາ​ເວັນ​ອອກ​ກາງ​ ໂດຍ​ພື້ນ​ຖານ​ແລ້ວ​ແມ່ນ​ຍັງ​ມີ​ຜົນ​ສັກ​ສິດ, ເຖິງວ່າ​ສະ​ພາບ​ການ​ຍັງ​ບໍ່​ທັນ​ມີ​ສະ​ຖຽນ​ລະ​ພາບ. ວໍ​ຊິງ​ຕັນ​ ໃຫ້​ຮູ້​ວ່າ ​ເຖິງວ່າ ບັ້ນ​ການ​ທະ​ຫານ​ທີ່​ມີ​ຂອບ​ຂ​ະ​ໜາດ​ໃຫຍ່ ແນ​ໃສ່ ອີ​ຣານ ໃນ​ປັດ​ຈຸ​ບັນ ໄດ້​ສິ້ນ​ສຸດແລ້ວ​ກໍ​ຕາມ, ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ “ມີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ” ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz.

top