ຂ່າວສານ ການນຳ ຈີນ ແລະ ອາເມລິກາ ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການຮັກສາຄວາມໝັ້ນທ່ຽງໃນການພົວພັນສອງຝ່າຍ 16/05/2026 ວັນທີ 15 ພຶດສະພາ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການພົບປະຮອບຕໍ່ໄປຢູ່ເຂດ ຈູງໜານຂາຍ ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ ອາເມລິກາ ຢູ່ ຈີນ ແຕ່ວັນທີ 13 – 15 ພຶດສະພາ. ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ເຂດຈູງໜານຂາຍ (ພາບ:Mark Schiefelbein/REUTERS) ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ສີຈີ້ນຜິງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ ມີຄວາມໝາຍປະຫວັດສາດ, ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນກ່ຽວກັບການຮັກສາຄວາມໝັ້ນທ່ຽງຂອງການພົວພັນສອງຝ່າຍ, ໃນນັ້ນ ມີເສດຖະກິດ - ການຄ້າ, ເປີດກວ້າງການຮ່ວມມືຢ່າງແທ້ຈິງໃນຫຼາຍຂົງເຂດ, ພ້ອມທັງແກ້ໄຂບັນດາຄວາມສົນໃຈຂອງແຕ່ລະຝ່າຍຢ່າງສົມເຫດສົມຜົນ. ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງ “ການພົວພັນໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ” ຄືເປັນກຳນົດທິດໃໝ່ໃຫ້ການພົວພັນ ຈີນ - ອາເມລິກາ, ຊຸກຍູ້ການພັດທະນາຄວາມສະຖຽນລະພາບ, ປອດໃສ ແລະ ຍືນຍົງຂອງການພົວພັນສອງຝ່າຍ, ນຳມາເຊິ່ງສັນຕິພາບ, ຄວາມວັດທະນາຖາວອນ ແລະ ກ້າວໜ້າກວ່າໃຫ້ແກ່ໂລກ.

ວັນທີ 15 ພຶດສະພາ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການພົບປະຮອບຕໍ່ໄປຢູ່ເຂດ ຈູງໜານຂາຍ ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ ອາເມລິກາ ຢູ່ ຈີນ ແຕ່ວັນທີ 13 – 15 ພຶດສະພາ. ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ເຂດຈູງໜານຂາຍ (ພາບ:Mark Schiefelbein/REUTERS) ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ສີຈີ້ນຜິງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ ມີຄວາມໝາຍປະຫວັດສາດ, ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນກ່ຽວກັບການຮັກສາຄວາມໝັ້ນທ່ຽງຂອງການພົວພັນສອງຝ່າຍ, ໃນນັ້ນ ມີເສດຖະກິດ - ການຄ້າ, ເປີດກວ້າງການຮ່ວມມືຢ່າງແທ້ຈິງໃນຫຼາຍຂົງເຂດ, ພ້ອມທັງແກ້ໄຂບັນດາຄວາມສົນໃຈຂອງແຕ່ລະຝ່າຍຢ່າງສົມເຫດສົມຜົນ. ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງ “ການພົວພັນໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ” ຄືເປັນກຳນົດທິດໃໝ່ໃຫ້ການພົວພັນ ຈີນ - ອາເມລິກາ, ຊຸກຍູ້ການພັດທະນາຄວາມສະຖຽນລະພາບ, ປອດໃສ ແລະ ຍືນຍົງຂອງການພົວພັນສອງຝ່າຍ, ນຳມາເຊິ່ງສັນຕິພາບ, ຄວາມວັດທະນາຖາວອນ ແລະ ກ້າວໜ້າກວ່າໃຫ້ແກ່ໂລກ.