ຂ່າວສານ

ການ​ນຳ​ພັກ, ລັດ​ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ມະ​ເມຍ 2026

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ທີ່ໄດ້ອຸທິດສ່ວນທັງຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງປະເທດຊາດ ຫວຽດນາມ ເອກະລາດ, ເປັນເອກະພາບ.
ຄະນະຜູ້ແທນໄດ້ວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຖະໜົນ ບັກເຊີນ, ຮ່າໂນ້ຍ (ພາບ: VTCnews)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຕອນເຊົ້າວັນທີ 13 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີ, ມີທ່ານ ໂຕເລິມ ເລຂາທິການໃຫຍ່; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານນາງ ບຸ່ຍທິມິງຮວ່າຍ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ທີ່ໄດ້ອຸທິດສ່ວນທັງຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງປະເທດຊາດ ຫວຽດນາມ ເອກະລາດ, ເປັນເອກະພາບ.

ຖັດຈາກນັ້ນ, ຄະນະຜູ້ແທນໄດ້ວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຖະໜົນ ບັກເຊີນ, ຮ່າໂນ້ຍ.


top