ເນື່ອງໃນໂອກາດສະພາແຫ່ງຊາດເລືອກຕັ້ງຕຳແໜ່ງການນຳລັດ ແລະ ສະພາແຫ່ງຊາດ, ການນຳຫຼາຍປະເທດໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ແຕ່ຊ້າຍຫາຂວາຕາມລຳດັບ) (ພາບ: TTXVN)
ຈົດໝາຍ ແລະ ໂທລະເລກອວຍພອນມາຍັງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ລວມມີ: ທ່ານປະທານາທິບໍດີ ສິງກະໂປ Halimah Yacob ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ທ່ານປະທານາທິບໍດີ ອິນເດຍ Ram Nath Kovind; ທ່ານປະທານາທິບໍດີ ອາເມລິກາ Joe Biden; ທ່ານປະທານາທິບໍດີ ສະຫະລັດ ອາຣັບ ເອມມີເລດ Khalifa bin Zayed Al Nahyan, ຮອງປະທານາທິບໍດີທັງເປັນນາຍົກລັດຖະມົນຕີ ສະຫະລັດ ອາຣັບ ເອມມີເລດ Mohammed bin Rashid Maktoum ແລະ ມົງກຸດລາຊະກຸມມານ ສະຫະລັດ ອາຣັບ ເອມມີເລດ Mohammed bin Zayed Al Nahyan; ທ່ານປະທານາທິບໍດີ ມົງໂກນ Khaltmaagiin Battulga; ທ່ານປະທານາທິບໍດີ ສາທາລະນະລັດ ນີກາຣາກວາ Daniel Ortega Saavedra ແລະ ຮອງປະທານາທິບໍດີ ນີກາຣາກວາ Rosario Murillo; ພະບາດສົມເດັດພະເຈົ້າມະຫາຊີວິດ ໂອມານ Haitham bin Tarik.
ຈົດໝາຍ, ໂທລະເລກອວຍພອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ລວມມີ: ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ; ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ປຣາຢຸດ ຈັນໂອຊາ; ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi; ທ່ານນາຍົກລັດຖະມົນຕີ ສປປ.ເກົາຫຼີ Kim Tok – hun.
ໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ລວມມີ: ທ່ານ ປະທານສະພາຕ່ຳ ອິນເດຍ Om Birla; ທ່ານນາງປະທານສະພາສູງ ອີຕາລີ Maria Elisabetta Alberti Casellati; ທ່ານປະທານສະພາແຫ່ງຊາດ ມົງໂກນ Gombojav Zandanshatar ແລະ ທ່ານປະທານສະພາແຫ່ງຊາດ ປາແລັດສະຕິນ Saleem Al – Za’anoon.
(ແຫຼ່ງຄັດຈາກ VOV)