ຂ່າວສານ

ການ​ທູດ​ເສດ​ຖະ​ກິດ​ແມ່ນ​ຈຸດ​ສຸມ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ

ໄທ ແລະ ຫວຽດ​ນາມ ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ 25 ຕື້ USD, ໃນ​ຂະ​ນະ​ທີ່​ຕົວ​ເລກ​ຂອງ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ ວົງ​ເງິນ​ການ​ຄ້າ​ປັ​ດ​ຈຸ​ບັນ​ບັນ​ລຸ​ໄດ້​ປະ​ມານ 24 ຕື້ USD. ສອງ​ປະ​ເທດ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເດີນ​ຕາມ​ການ​ຮ່ວມ​ມື​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່”, ລວມ​ມີ​ການ​ເຊື່ອມ​ຕໍ່​ການ​ຜະ​ລິດ, ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ແລກ​ປ່ຽນ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ (ພາບ: TTXVN)  

ທ່ານນາງ ຣັດ​ຈະ​ດາ ທະ​ນາ​ດິ​ເຣດ ໂຄ​ສົກຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ໃຫ້​ຮູ້​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ ມາ​ຮອດ​ຮ່າ​ໂນ້ຍ​ໃນ​ລະ​ຫວ່າງວັນ​ທີ 8 – 9 ມິ​ຖຸ​ນາ​ໃນ​ການ​ຢ້ຽມ​ຢາມ​ໄດ້​ຮັບ​ຄວາມ​​ຫວັງ​ຈະ​ສືບ​ຕໍ່​ການ​ຍົກ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ​ພາຍຫຼັງ​ການ​ຢ້ຽມ​ຢາມ​ໄທ​ຫວ່າງ​ແລ້ວ​ນີ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ.

ທ່ານນາງ ຣັດ​ຈະ​ດາ ທະ​ນາ​ດິ​ເຣດ ໃຫ້​ຮູ້​ວ່າ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອະ​ນຸ​ທິນ ຊານ​ວີ​ຣະ​ກຸນ ຈະ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຫວຽດ​ນາມ​ເມື່ອ​​ສອງ​ປະ​ເທດ​ຊອກ​ຫາ​ວິ​ທີ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ແທ້​ຈິງ. ໂຄ​ສົກ​ຫ້ອງວ່າ​ການ​ລັດ​ຖະ​ບານ ໄທ​ຊີ້​ແຈ້ງວ່າ ເປົ້າ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຕາມ​ຄຳ​ສັ່ງ​ຂອງ​ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສົ່ງ​ໄປ​ຍັງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ແມ່ນ​ກຳ​ນົດ​ບັນ​ດາ​ຂົງ​ເຂດ​ອາດ​ສາ​ມາດ​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ທັນ​ທີ​ກັບ ຫວຽດ​ນາມ, ລວມ​ມີ​ການ​ເປີດກວ້າງ​ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນ, ເຊື່ອມຕໍ່ logistics, ພະ​ລັງ​ງານ​ສະ​ອາດ, ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ ດ້ານ​ສະ​ບ​ຽງ​ອາ​ຫານ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

top