ຂ່າວສານ

ການ​ທູດ​ເຕັກ​ໂນ​ໂລ​ຢີ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ວາ​ລະ​ປະ​ຊຸມ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ຄວາມ​ຕ້ອງ​ການ​ໃນ​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ (ພາບ: VNA)

ໃນ​ຂອບ​ເຂດກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 33, ຕອນ​ບ່າຍ​ວັນ​ທີ 5 ສິ​ງ​ຫາ, ວາ​ລະປະ​ຊຸມ “ການ​ທູດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ” ໄດ້​ດຳ​ເນີນ​ຢູ່​ນະ​ຄອນ ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ກອງ​ປະ​ຊຸມ​ທາງ​ການ​ທູດ ທີ່​ມີ​ວາ​ລະ​ປະ​ຊຸມ​ສະ​ເພາະ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ. ວາ​ລະ​ປະ​ຊຸມ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ຄວາມ​ຕ້ອງ​ການ​ໃນ​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ; ພ້ອມ​ທັງ​ກຳ​ນົດ​ບັນ​ດາ​ກາ​ລະ​ໂອ​ກາດ, ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ ແລະ ມາດ​ຕະ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຂະ​ແໜງ​ການ​ທູດ ແລະ ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ສ.​ຈ, ປ.ອ ເຈິ່ນ​ຮົ່ງ​ທ້າຍ, ປະ​ທານ​ສະ​ຖາ​ບັນ ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ຖື​ວ່າ:

ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັດ​ພາ​ລະ​ກຳຫຼັກ​ແຫຼ່ງ​ຂອງ​ການ​ທູດ​ວິ​ທະ​ຍາ​ສາດ. ຢາກ​ປະ​ຕິ​ບັດ​ພາ​ລະ​ກຳ​ນີ້, ຫວຽດ​ນາມ​ຕ້ອງ​ສ້າງ, ເຊື່ອມ​ຕໍ່ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ເຄືອ​ຂ່າຍ​ວິ​ທະ​ຍາ​ສາດ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜ່ານ​ນັ້ນກໍ​ນຳ​ວິ​ທະ​ຍາ​ສາດ ຫວຽດ​ນາມ​ອອກ​ສູ່​ໂລກ, ພ້ອມ​ທັງ​ນຳ​ໂລກ​​ເຂົ້າມາ​ຫວຽດ​ນາມ, ພ້ອມ​ກັນ​ເຮັດ​ວິ​ທະ​ຍາ​ສາດ, ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່​ວາ​ລະ​ປະ​ຊຸມ, ທ່ານ​ພົນ​ເອກ ເລືອງ​ຕາມກວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີຕອນ ເນັ້ນ​ໜັກ​ວ່າ:

ສະ​ເໜີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເສ​ນາ​ທິ​ການຫຼັກ​ແຫຼ່ງ, ຫັນ​ການ​ທູດ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຢ່າງ​ແຮງ​ ຈາກ​ການ​ເຊື່ອມ​ຕໍ່​ກາຍ​ເປັນ​ການ​ສ້າງ​ສັນ​ພັດ​ທະ​ນາ​, ຈາກ​ການ​ລົງ​ນາມ​ກາຍ​ເປັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ; ຈາກ​ການ​ລະ​ດົມ​ແຫຼ່ງ​ກຳ​ລັງ​ພາຍນອກ​ມາ​ເປັນ​ການ​ສ້າງ​ກຳ​ລັງ​ພາຍ​ໃນ; ກາຍ​ເປັນ​ຊ່ອງ​ທາງ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງ​ກ່ຽວ​ກັບ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ນັກ​ຊ່ຽວ​ຊານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ຂອດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ.


top