ຂ່າວສານ ການທູດຫວຽດນາມ ເພື່ອພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດພາຍໃຕ້ແສງສະຫວ່າງຂອງ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ 02/01/2022 ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquote.vn) ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ 2022, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີບົດຂຽນ ຫວນຄືນ 1 ປີຜ່ານມາ ຂອງການທູດ ຫວຽດນາມ ທີ່ໄດ້ເອົາລົງໃນສື່ມວນຊົນສະບັບອອກໃນວັນທີ 1 ມັງກອນ ປີ 2022 ໂດຍຢັ້ງຢືນວ່າ ໃນ 1 ປີຜ່ານມາ ການທູດ ສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາອອກໄປສູ່ໂລກຢ່າງແຮງກ່ຽວກັບ ພາບພົດຂອງ ຫວຽດນາມ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ມີການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ມີປະດິດຄິດສ້າງ, ເຕັມໄປດ້ວຍສີສັນ ແລະ ມູນເຊື້ອ, ແມ່ນເພື່ອນມິດ ທີ່ສັດຊື່ບໍລິສຸດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ເພື່ອນມິດສາກົນ. ການທູດໄດ້ຊອກຫາຫຼາຍມາດຕະການເພື່ອຜັນຂະຫຍາຍການເຄື່ອນໄຫວຢ່າງກ້ວາງຂວາງໃນທຸກວຽກງານການທູດສອງຝ່າຍ, ຫຼາຍຝ່າຍ, ດ້ານການເມືອງ, ຊາຍແດນຜືນແຜ່ນດິນ, ການທູດເສດຖະກິດ, ການທູດສາທາລະນະສຸກ, ວັກຊິນ, ຂົນຂວາຍ ແລະ ຍາດແຍ່ງໄດ້ການສະໜັບສະໜູນຂອງປະຊາຄົມສາກົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ ກ່ຽວກັບວັກຊິນ, ຜະລິດຕະພັນການຢາ, ວັດຖຸອຸປະກອນການແພດ, ແຫຼ່ງກຳລັງຮັບໃຊ້ການປິ່ນປົວ, ປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ. ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ໃນຫຼາຍຝ່າຍ, ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວ, ເຫດການຫຼາຍຝ່າຍພົ້ນເດັ່ນຂອງພາກພື້ນ ແລະ ໂລກ, ປະກອບສ່ວນຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ. (ແຫຼ່ງຄັດຈາກ VOV)

ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquote.vn) ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ 2022, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີບົດຂຽນ ຫວນຄືນ 1 ປີຜ່ານມາ ຂອງການທູດ ຫວຽດນາມ ທີ່ໄດ້ເອົາລົງໃນສື່ມວນຊົນສະບັບອອກໃນວັນທີ 1 ມັງກອນ ປີ 2022 ໂດຍຢັ້ງຢືນວ່າ ໃນ 1 ປີຜ່ານມາ ການທູດ ສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາອອກໄປສູ່ໂລກຢ່າງແຮງກ່ຽວກັບ ພາບພົດຂອງ ຫວຽດນາມ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ມີການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ມີປະດິດຄິດສ້າງ, ເຕັມໄປດ້ວຍສີສັນ ແລະ ມູນເຊື້ອ, ແມ່ນເພື່ອນມິດ ທີ່ສັດຊື່ບໍລິສຸດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ເພື່ອນມິດສາກົນ. ການທູດໄດ້ຊອກຫາຫຼາຍມາດຕະການເພື່ອຜັນຂະຫຍາຍການເຄື່ອນໄຫວຢ່າງກ້ວາງຂວາງໃນທຸກວຽກງານການທູດສອງຝ່າຍ, ຫຼາຍຝ່າຍ, ດ້ານການເມືອງ, ຊາຍແດນຜືນແຜ່ນດິນ, ການທູດເສດຖະກິດ, ການທູດສາທາລະນະສຸກ, ວັກຊິນ, ຂົນຂວາຍ ແລະ ຍາດແຍ່ງໄດ້ການສະໜັບສະໜູນຂອງປະຊາຄົມສາກົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ ກ່ຽວກັບວັກຊິນ, ຜະລິດຕະພັນການຢາ, ວັດຖຸອຸປະກອນການແພດ, ແຫຼ່ງກຳລັງຮັບໃຊ້ການປິ່ນປົວ, ປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ. ການພົວພັນ ລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ໄດ້ມີການພັດທະນາຢ່າງແຮງ ຕາມທິດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບຜົນປະໂຫຍດ, ເປັນຕົ້ນແມ່ນກັບປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ໃນຫຼາຍຝ່າຍ, ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວ, ເຫດການຫຼາຍຝ່າຍພົ້ນເດັ່ນຂອງພາກພື້ນ ແລະ ໂລກ, ປະກອບສ່ວນຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ. (ແຫຼ່ງຄັດຈາກ VOV)