ຂ່າວສານ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VOV)  
ຕອນ​ບ່າຍ​ວັນ​ທີ 15 ມິ​ຖຸ​ນາ​, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽກ​ນາມ ເຈິ່ນ​ແທັງ​ເໝິນ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກຳ​ມ​າ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ; ຫ້ອງວ່​າ​ການ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ໃນ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ຮັບ​ໃຊ້ ແລະ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ຕ່າງ​ປະ​ເທດ ​ຂອງ​ສະ​ພາ​ແຫ່ງ​ຊາດ. ຍົກ​ໃຫ້​ເຫັນ​ທິດ​ທາງ​ຢ່າງ​ຈະ​ແຈ້ງວ່າ ສາມ​ອົງ​ການ, ໜຶ່ງ​ເປົ້າ​ໝາຍ: ເປັນ​ເສ​ນາ​ທິ​ການ ແລະ ຮັບ​ໃຊ້​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ດີ​ທີ່​ສຸດ”, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ສະ​ເໜີ​ບັນ​ດາ​ອົງ​ການ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ທີ່​ຕັ້ງ​ຂອງວຽກ​ງານ​ການ​ພົວ​ພັນຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ສັງ​ລວມ​ຂອງ​ການ​​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ທັນ​ສະໄໝ​ຂອງ​ປະ​ເທດ​ຊາດ.

top