ຂ່າວສານ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.
(ພາບປະກອບ: VCG)

ຂໍ້ມູນໂດຍກົມໃຫ່ຍພາສີອາກອນ ຈີນ ປະກາດເມື່ອວັນທີ 9 ພຶດສະພາ ໃຫ້ເຫັນວ່າ ໃນຂະນະທີ່ການຄ້າກັບ ອາເມລິກາ ຖືກຫລຸດລົງ ຍ້ອນຜົນສະທ້ອນຈາກນະໂຍບາຍພາສີອາກອນ, ການສົ່ງອອກຂອງ ຈີນ ໄດ້ລືນກາຍຄວາມຄາດຫວັງ ຍ້ອນຕະຫຼາດ ອາຊຽນ ແລະ ເອີລົບ.

ອາເມລິກາ ຍັງແມ່ນຄູ່ຄ້າໃຫ່ຍອັນດັບທີ 3 ຂອງ ຈີນ. ເຖິງແນວນັ້ນກໍ່ຕາມ, ການຄ້າກັບ ອາເມລິກາ ສືບຕໍ່ຫລຸດລົງຫຼາຍ ຂະນະທີ່ວົງເງິນສົ່ງອອກຫລຸດລົງກ່ວາ 21% ແລະ ວົງເງິນນຳເຂົ້າຫລຸດລົງເກືອບ 14% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

ໃນຂະນະນັ້ນ, ບັນດາຕະຫຼາດອາຊີຕາເວັນອອກທ່ຽງໃຕ້ ແລະ ເອີລົບ ສືບຕໍ່ແມ່ນບັນດາຈຸດພົ້ນເດັ່ນ ເມື່ອໄດ້ຮັກສາທີ່ຕັ້ງເປັນຄູ່ຮ່ວມມືດ້ານການຄ້າອັນດັບທີ 1 ແລະ 2 ຂອງ ຈີນ. ການສົ່ງອອກໄປ ອາຊຽນ ໃນເດືອນເມສາ ໄດ້ເພີ່ມຂຶ້ນ 20.8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ການສົ່ງອອກໄປ ເອີລົບ ກໍ່ເພີ່ມຂຶ້ນ 8.3% ເຊັ່ດຽວກັນ.

ບັນດາໝາກຜົນດັ່ງກ່າວ ໄດ້ປະກອບສ່ວນປັບປຸງໝາກຜົນການສົ່ງອອກຂອງ ຈີນ. ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.


top