ໂດຍກະກຽມໃຫ້ແກ່ການຮຽບຮຽງຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຮຽບຮຽງເອກະສານກອງປະຊຸມໃຫຍ່ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້: “ເປົ້າໝາຍພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045”
ການໂອ້ລົມສົນທະນາເປົ້າໝາຍພັດທະນາປະເທດຊາດຮອດປີ 2025 ແລະ 2030, ວິໄສທັດຮອດປີ 2045 (ພາບ: qdnd.vn)
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນຊວັນທັ໊ງ, ເລຂາສູນກາງພັກ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ຜູ້ປະຈຳການອະນຸກຳມະການເອກະສານໄດ້ຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ທີ່ຊີ້ແຈ້ງວ່າ: ເອກະສານຄັ້ງນີ້ຕ້ອງວາງເປົ້າໝາຍ ແລະ ວິໄສທັດການພັດທະນາ ຫວຽດນາມ ຈົນຮອດກາງສະຕະວັດ, ສຸມໃສ່ 2 ຂີດໝາຍສຳຄັນ, ນັ້ນແມ່ນ: ປີ 2030, ໂດຍເປັນປີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ປີ 2045, ໂດຍເປັນປີສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ. ດັ່ງນັ້ນ, ເລື່ອງກຳນົດບັນດາເປົ້າໝາຍພັດທະນາປະເທດຊາດໃນໄລຍະ 5 ປີ, 10 ປີ, ວິໄສທັດຮອດປີ 2045 ແມ່ນສຳຄັນທີ່ສຸດ. ທ່ານ ຫງວຽນຊວັນທັ໊ງ ໃຫ້ຮູ້ວ່າ:
ໂຄງການການເມືອງທີ່ໄດ້ວາງອອກເປົ້າໝາຍໂດຍສັງເຂບ, ສຸດທ້າຍແມ່ນການກໍ່ສ້າງສັງຄົມນິຍົມ, ສ່ວນພວກເຮົາແມ່ນພວມເວົ້າເຖິງບັນດາເປົ້າໝາຍເຖິງວ່າຍັງຍາວໄກກໍ່ຕາມແຕ່ມັນກໍ່ແມ່ນບັນດາເປົ້າໝາຍພັດທະນາໃນໄລຍະກາງເພື່ອບັນລຸໄດ້ເປົ້າໝາຍສຸດທ້າຍເຊິ່ງໂຄງການການເມືອງວາງອອກ.
(ແຫຼ່ງຄັດຈາກ VOV)