ເຄື່ອງເຟີນີເຈີ ແລະ ການຕົກແຕ່ງພາຍໃນຂອງຫໍສະໝຸດ ມີສີສັນທີ່ຈັບໃຈ ແລະ ດຶງດູດໃຈ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ
ທ່ານນາງ ຫງວຽນຟີເວິນ, ຜູ້ຮ່ວມກໍ່ຕັ້ງໂຄງການ ໄດ້ມີການ ສຳຜັດຕົວຈິງ ໃນຫໍສະໝຸດແຫ່ງຄວາມຝັນ ພ້ອມກັບນັກຮຽນ. ພາບ: ໂຄງການຫໍສະໝຸດແຫ່ງຄວາມຝັນ
ນອກຈາກນັ້ນ, ຫໍສະໝຸດແຫ່ງຄວາມຝັນ ຍັງມີບັນດາການ ເຄື່ອນໄຫວດ້ານສິລະປະ ເພື່ອຊ່ວຍໃຫ້ເດັກນ້ອຍເຂົ້າເຖິງ ແລະ ຮູ້ຈັກ ກັບວິຊາສິລະປະ ຫຼາຍປະເພດ. ພາບ: ໂຄງການ ຫໍສະໝຸດແຫ່ງຄວາມຝັນ
ເປີດໂຄງການຫໍສະໝຸດແຫ່ງຄວາມຝັນຢູ່ໂຮງຮຽນປະຖົມ ເຈື່ອງດິງ, ຕາແສງ ດັກອື, ປີ 2020. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ
ການຊ່ວຍເຫຼືອເດັກນ້ອຍ ຫວຽດນາມ ໃຫ້ມີນິໄສການອ່ານ, ຮຽນຮູ້ ແລະ ເຂົ້າເຖິງຄວາມຮູ້ ແມ່ນຄວາມປາດຖະໜາຂອງຜູ້ກໍ່ຕັ້ງໂຄງການຫໍສະໝຸດແຫ່ງຄວາມຝັນ. ພາບ: ໂຄງການຫໍ ສະໝຸດແຫ່ງຄວາມຝັນ
ບັນດານັກຮຽນໄດ້ນຳສະເໜີບັນດາຜະລິດຕະພັນທີ່ຜະລິດໃນກິດຈະກຳສິລະປະຂອງຫໍສະໝຸດແຫ່ງຄວາມຝັນ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ
ນັກຮຽນກຳລັງອ່ານໜັງສືຢູ່ຫໍສະໝຸດແຫ່ງຄວາມຝັນ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ
ບັນດາປຶ້ມໃນຫໍສະໝຸດແຫ່ງຄວາມຝັນໄດ້ຮັບການຄັດເລືອກໂດຍຄະນະຜູ້ຊ່ຽວຊານ, ຈະຊ່ວຍປູກຝັງ ແຫ່ງການເປັນພົນລະເມືອງໂລກ, ຄວາມຄິດສ້າງສັນ ແຫ່ງການປ່ຽນແປງໃໝ່ ທີ່ມີຫົວຄິດປະດິດສ້າງ ແລະ ພື້ນຖານສີມືແຮງງານສະຕະວັດທີ XXI. ທ່ານນາງ ຫງວຽນຟີເວິນ ຫວັງວ່າ ໃນອະນາຄົດ, ເດັດນ້ອຍ ຫວຽດນາມ ຈະໄດ້ເຂົ້າເຖິງຄວາມຮູ້, ສິລະປະ ແລະ ຄວາມປະດິດສ້າງ, ກຽມຄວາມພ້ອມສໍາລັບຊ່ວງເວລາຄວາມວຸ້ນວາຍ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ ແລະ ໃນໂລກ ຫຼາຍຂຶ້ນ.
ໃນເດືອນມີນາ 2021, ໂຄງການໄດ້ສ້າງຫໍສະໝຸດ 60 ແຫ່ງ, ໃນ 11 ແຂວງຄື: ໄຕນິງ, ບິ່ງເຟືອກ, ຫວຸ໊ງເຕົ່າ, ຫວິ໊ງລອງ, ເບັນແຈ, ດົ່ງນາຍ, ເລີມດົ່ງ, ແຄ໋ງຮວ່າ, ດັກລັກ, ດັກນົງ, ກວາງນາມ ມີນັກສຶກສາເຂົ້າເຖິງປຶ້ມ ແລະ ກິດຈະກຳສິລະປະຫຼາຍກວ່າ 18.000 ຄົນ.