ຂ່າວສານ

ການເຈລະຈາລະຫວ່າງ ອາເມລິກາ - ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງ

ຕາມທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ແລ້ວ, ອີຣານ ໄດ້ປະຕິເສດບັນດາເງື່ອນໄຂຂອງ ອາເມລິກາ
  ທ່ານ JD Vance ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ (ພາບ: AP)  

ບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງ ອາເມລິກາ ແລະ ອີຣານ ຢູນະຄອນຫຼວງ Islamabad (ປາກິດສະຖານ) ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 12 ເມສາພາຍຫຼັງທີ່ເຮັດວຽກມາເປັນເວລາ 21 ຊົ່ວໂມງ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃນສະພາບທີ່ ຝ່າຍຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ.

ຕາມທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ແລ້ວອີຣານ ໄດ້ປະຕິເສດບັນດາເງື່ອນໄຂຂອງ ອາເມລິກາໃນນັ້ນມີຄວາມຮຽກຮ້ອງຫຼັກແມ່ນ ເຕເຮຣານ ຕ້ອງໃຫ້ຄຳໝັ້ນສັນຍາບໍ່ພັທະນາອາວຸດນິເຄຼຍກໍ່ຄືບໍ່ເດີນຕາມບັນດາກຳລັງຄວາມສາມາດທີ່ອະນຸຍາດໃຫ້ບັນລຸອາວຸດນີ້ໂດຍໄວ. ທ່ານເນັ້ນໜັກວ່າ ນີ້ແມ່ນເປົ້າໝາຍຫຼັກໆຂອງທ່ານ​ Donald Trump ປະທານາທິບໍດີ ອາເມລິກາ ໃນວິວັດການເຈລະຈາ.

ກ່ອນ​ໜ້ານັ້ນ, ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ນະຄອນຫຼວງ Islamabad ຂອງ ປາກິດສະຖານ ໃນວັນທີ 11 ເມສາ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກເປັນຕົ້ນແມ່ນຍ້ອນຄວາມບໍ່ລົງລອຍກັນກ່ຽວຂ້ອງເຖິງຊ່ອງແຄບທະເລ Hormuz, ເສັ້ນທາງຂົນສົ່ງຍຸດທະສາດ ກວມເອົາປະມານ 20% ປະລິມານນ້ຳມັນຂອງທົ່ວໂລກ.

ບັນດາການເຈລະຈາແກ່ຍາວເປັນເວລາຫຼາຍຊົ່ວໂມງ ແລະ ຄາດວ່າຈະໄດ້ສືບຕໍ່ດຳເນີນໝົດ​​ຄືນແຕ່ກໍ່ຍັງບໍ່ທັນບັນລຸບາດກ້າວບຸກທະລຸຢ່າງຈະແຈ້ງ. ທຳນຽບາວຢັ້ງຢືນວ່າ ຝ່າຍໄດ້ດຳເນີນການເຈລະຈາແບບເຊິ່ງໜ້າເຊິ່ງແມ່ນເຫດການຂັ້ນສູງ​​ທີ່ຫາຍາກລະຫວ່າງ ອາເມລິກາ ແລະ ອີຣານ. ໃນຂະນະທີ່ຝ່າຍ ອີຣານ ໃຫ້ຮູ້ວ່າ ບັນດານັກຊ່ຽວຊານຂອງ ຝ່າຍໄດ້ຫັນໄປສູ່ການແລກປ່ຽນເອກະສານ ພາຍຫຼັງການພົບປະແບບເຊິ່ງໜ້າເປັນຄັ້ງທຳອິດ.


top