ຂ່າວສານ

ການເຄື່ອນໄຫວອວຍພອນວັນບຸນຄຼິດສະມາດປີ 2017

      ເນື່ອງໃນໂອກາດວັນບຸນຄຼິດສະມາດ, ວັນທີ 22 ທັນວາ, ຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ, ອວຍພອນບາງຮາກຖານສາສະຫນາຢູ່ ນະຄອນ ໂຮ່ຈິມີນ. 

ທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ
      ທີ່ສຳນັກງານສັງຄະນາຍົກເຂດຊາວຄຼິດ ນະຄອນ ໂຮ່ຈີມີນ, ທ່ານ ເຈີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ຕາງຫນ້າໃຫ້ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນສຳຄັນຂອງ ສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ບຸ່ຍວັນງອກ ແລະ ປະຊາຊົນຊາວຄຼິດ ໃນການເຂົ້າຮ່ວມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ອວຍພອນວັນບຸນຄຼິດສະມາດ ພະຄາດີນັນ ຟ້າມມີງເໝີນ ອະດີດສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ແລະ ສະຫະພັນໃຫຍ່ສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ. 
ແຫຼ່ງຄັດຈາກ VOV

top