ຂ່າວສານ

ການເຄື່ອນໄຫວພົບປະສອງຝ່າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢູ່ ນິວຢອກ

ວັນ​ທີ 21 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນອກ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສປຊ ຊຸດ​ທີ 81 ທີ່ ນິວ​ຢອກ​, ປະ​ເທດ ອາ​ເມລິ​ກາ​, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Recep Tayyip Erdogan, ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ​.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານRecep Tayyip Erdogan, ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ (ພາບ: VNA)

ທີ່​ການ​ພົບ​ປະ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ​: ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ເສີມ​ຂະ​ຫຍາຍ​ບົດ​ບາດ​​ໃນ​ຊຸກ​ຍູ້​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​; ສະ​ເໜີ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ຄົ້ນ​ຄ້ວາ​ເປັນ​ເອ​ກະ​ພາບ​ຕໍ່​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ສູງ ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຕວັກ​ກີ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​, ເພີ່ມ​ທະ​ວີ​ການ​ພົບ​ປະ​, ແລກ​ປ່ຽນ​ບັນ​ດາ​ຄະ​ນະ​, ພິ​ເສດ​ແມ່ນ​ຂັ້ນ​ສູງ​​. ພ້ອມ​ນັ້ນ​, ສອງ​ຝ່າຍ​ກໍ່​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ຄ້າ​ບັນ​ລຸ 4 ຕື້​ໂດລາ​ສະ​ຫະ​ລັດ ຜ່ານ​ເລື່ອງ ຕວັກ​ກີ ຮັບ​ຮູ້​ກົນ​ໄກ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຂອງ ຫວຽດ​ນາມ​, ເປີດ​ຕະ​ຫຼາດ​ໃຫ້​ກັນ​, ຈຳ​ກັດ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​; ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຍຸດ​ທະ​ສາດ​, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ຄື​: ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​, ອາ​ຫານ Halal... ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Recep Tayyip Erdogan ສະ​ເໜີ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​, ປະ​ກອບ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມເພື່ອ ສັນ​ຕິ​ພາບ​, ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ ຕາ​ເວັນ​ອອກ​ກາງ​.

ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ທາບ ທາມ​ຄວາມ​ເຫັນ​, ສົມ​ທົບ​ກັນ ແລະ ໜູນ​ຊ່ວຍ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​; ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​, ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ​, ຍົກ​ສູງ​ກົດ​ໝາຍ​ສາ​ກົນ ແລະ ຮັກ​ສາ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ການພັດ​ທະ​ນາ​ຢູ່​ພາກ​ພື້ນ​, ລະ​ຫວ່າງ ຫວຽດ​ນາມ ກັບ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ່​ພົ້ນ​ເດັ່ນ (G20), ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD); ລະ​ຫວ່າງ ຕວກ​ກີ ກັບ ອາ​ຊຽນ ແລະ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC).

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ພົບປະກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jamieson Greer, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມລິ​ກາ (USTR) (ພາບ: VNA)

ແລະ ກໍ່​ໃນ​ວັນ​ດຽວ​ກັນ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jamieson Greer, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມລິ​ກາ (USTR). ທີ່​ການຕ້ອນ​ຮັບ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ຢັ້ງ​ຢືນ​ວ່າ​: ຫວຽດ​ນາມ ຖື​ການ​ພົວ​ພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ອາ​ເມລິ​ກາ ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາຈະ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​​ຂ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Donald J. Trump ສືບ​ຕໍ່​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​​ໃຫ້ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ​, ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ​.

​ໃນ​ວັນ​ດຽວ​ກັນ​, ທີ່​ການ​ຕ້ອນ​ຮັບ​ກຸ່ມ​ສະ​ມາ​ຊິກ​​ລັດ​ຖະ​ສະ​ພາສະ​ພາ​ຕຳ​່ ອາ​ເມລິ​ກາ ໂດຍ​ທ່ານ​ Gregory Meeks ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ​ສະ​ພາ​ຕຳ​່, ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ຕຳ​່ ອາ​ເມລິ​ກາ​, ນຳ​ໜ້າ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ສະ​ເໜີ​ໃຫ້​ສະ​ພາ​ຕຳ​່ ແລະ ສະ​ພາ​ແຫ່ງ​ຊາດ ອາ​ເມລິ​ກາ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ສອງ​ຝ່າຍ​, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​, ການພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ​, ກຸ່ມ​ສະ​ມາ​ຊິກ​​ ລັດ​ຖະສະ​ພາ​​ມິດ​ຕະ​ພາບ ແລະ ຖັນ​ແຖວ​ຜູ້​ຊ່ວຍ​ວຽກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​; ສອງ​ຝ່າຍ​ຊຸກ​ຍູ້​ການ​ຄ້າ​ເສລີ​, ຍຸ​ຕິ​ທຳ​, ຄວາມ​ດຸ່ນ​ດຽງ ແລະ ຄວາມ​ໝັ້ນ​ຄົງ​, ສຳ​ເລັດ​ການ​ເຈລະ​ຈາ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ​, ຍຸ​ຕິ​ທຳ ແລະ ດຸ່ນ​ດຽງ​. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ຢັ້ນ​ຢືນ ຫວຽດ​ນາມ ກໍ່​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ເມລິ​ກາ ກ່ຽວ​ກັບ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ​, ຫັນ​ເປັນ​ດີ​ຈີ​ຕອນ ແລະ ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ​; ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ ອາ​ເມລິ​ກາ ສືບ​ຕໍ່​ເອົາ​ໃຈ​ໃສ່​, ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ​, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​, ການ​ຮ່ວມ​ມື​ທ້ອງ​ຖິ່ນ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​; ສ້າງ​ເ​ງື​່ຶອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມລິ​ກາ ພັດ​ທະ​ນາ​, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ໃຫ້​ແກ່​ປະ​ເທດ​ປະ​ຈຳ​ຖິ່ນ ແລະ ກາຍ​ເປັນ​ຂົວ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​.


top