
ລາຍການສະແດງສິລະປະ “ດອກໄມ້ສີແດງ” ຄັ້ງທີ 11
(ພາບ: dangcongsan.vn)
ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2018). ເຂົ້າຮ່ວມລາຍການ, ຜູ້ຊົມໄດ້ຮັບຟັງບັນດາບົດເພງໂດຍນັກສິລະປິນທີ່ມີຊື່ສຽງຫຼາຍຄົນຂັບຮ້ອງ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນທີ່ມີຄວາມໝາຍເຖິງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ແມ່ຫວຽດນາມ ວິລະຊົນ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຕອນຄ່ຳວັນທີ 20 ກໍລະກົດ, ຢູ່ເທດສະບານເມືອງ ກວາງຈິ, ແຂວງກວາງຈິ, ສະມາຄົມນັກຮົບກ່ຳແພງເກົ່າກວາງຈິ ປີ 1972 ໄດ້ຈັດວັນບຸນລອຍກະໂທງຢູ່ລຳແມ່ນ້ຳ ແທັກຫ້ານ, ສະແດງຄວາມຮູ້ບຸນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງວັນບຸນລອຍກະໂທງ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 32 ຫຼັງ ດ້ວຍມູນຄ່າ 50 ລ້ານນດົ່ງ/ຫຼັງ ໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ໃນວັນທີ 20 ກໍລະກົດ, ຢູ່ນະຄອນຟານຣາງ - ທາບຈ່າມ, ສະມາຄົມນັກຮົບເກົ່າແຂວງ ນິງທ້ວນ ໄດ້ສົມທົບກັບກອງທຶນສັນຕິພາບໝີລາຍ ຈັດພິທີມອບ “ເຮືອນແຫ່ງສາຍໃຈເພື່ອນຮ່ວມກົມກອງ” 10 ຫຼັງໃຫ້ສະມາຊິກສະມາຄົມນັບຮົບເກົ່າທີປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
(ແຫຼ່ງຄັດຈາກ VOV)