WB ໃຫ້ຂໍ້ສັງເກດວ່າ, ການຜະລິດອຸດສາຫະກຳສືບຕໍ່ແມ່ນຂົງເຂດດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ສືບຕໍ່ໄດ້ຮັບການປັບປຸງ.
ວັນທີ 22 ພະຈິກ, ທະນາຄານໂລກ (WB) ປະຈຳ ຫວຽດນາມ ໄດ້ປະກາດບົດລາຍງານ “ອັບເດດສະພາບການເສດຖະກິດມະຫາພາກຂອງ ຫວຽດນາມ ເດືອນ ຕຸລາ 2023”.
ຕາມບົດລາຍງານຂອງ WB ແລ້ວ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບທົ່ວໂລກ, ຄຳໝັ້ນສັນຍາສຳລັບເງິນລົງທຶນຕ່າງປະເທດ (FDI) ບວກເຂົ້າກັນໃນ 10 ເດືອນຜ່ານມາຂອງ ຫວຽດນາມ ບັນລຸໄດ້ 25,7 ຕື້ USD, ສູງກວ່າ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເພື່ອບັນລຸຜົນງານດັ່ງກ່າວແມ່ນຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕ່າງປະເທດ ທີ່ມີຕໍ່ຄວາມສະຖຽນລະພາບ ແລະ ການເປີດປະຕູຂອງ ຫວຽດນາມ. ທຶນ FDI ປະຕິບັດການບວກເຂົ້າກັນບັນລຸ 18 ຕື້ USD, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
WB ໃຫ້ຂໍ້ສັງເກດວ່າ, ການຜະລິດອຸດສາຫະກຳສືບຕໍ່ແມ່ນຂົງເຂດດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ສືບຕໍ່ໄດ້ຮັບການປັບປຸງ. ລະອຽດແມ່ນ, ດັດຊະນີຜະລິດອຸດສາຫະກຳ (IIP) ໃນແຕ່ລະເດືອນເລີ່ມເຕີບໂຕເປັນບວກນັບແຕ່ເດືອນ ເມສາ.
ມີດັດຊະນີອື່ນທີ່ໜ້າສົນໃຈເຊິ່ງ WB ໄດ້ສະຖິຕິໃນບົດລາຍງານຄັ້ງນີ້. ນັ້ນແມ່ນລະດັບການເຕີບໂຕຂອງການຂາຍຍ່ອຍເດືອນ ຕຸລາ ເພີ່ມຂຶ້ນ 0,01% ເມື່ອທຽບໃສ່ເດືອນ ກັນຍາ. ການສົ່ງອອກ - ນຳເຂົ້າສິນຄ້າຂອງເດືອນ ຕຸລາ ສືບຕໍ່ຟື້ນຟູ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການພາຍນອກ, ທຽບກັບການເພີ່ມຂຶ້ນແມ່ນ 1,6% ເມື່ອທຽບໃສ່ເດືອນ ກັນຍາ.