ຕອນຄ່ຳວັນທີ 18 ພະຈິກ, ທີ່ນະຄອນດາໜັງ, ທ່ານເລຂາຄະນະພັກນະຄອນດາໜັງ ເຈືອງກວາງເຫງຍ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ປະທານາທິບໍດິ ອິນເດຍ Ram Nath Kovind ທີ່ກຳລັງຢ້ຽມຢາມລັດຖະກິດ ຢູ່ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

(ການເຄື່ອນໄຫວຂອງປະທານາທິບໍດິ ອິນເດຍ Ram Nath Kovind ຢູ່ດາໜັງ)
ທີ່ການເຂົ້າຢ້ຽມຄຳນັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງ ນະຄອນດາໜັງ ແລະ ບັນດາທ້ອງຖິ່ນຂອງ ອິນເດຍ. ໃນຊຸມປີຜ່ານມາ, ດາໜັງໄດ້ຕ້ອນຮັບຄະນະຜູ້ແທນເຈົ້າຄອງນະຄອນ, ບັນດາສະຫະສະມາຄົມ, ກຳປັ່ນຮົບຂອງ ອິນເດຍ ຫຼາຍຄະນະ. ໃນ 9 ເດືອນຕົ້ນປີ 2018, ວົງເງິນການສົ່ງອອກຈາກ ດາໜັງ ໄປຍັງ ອິນເດຍ ຄາດວ່າບັນລຸ 1,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໄລຍະຜ່ານມາ, ນະຄອນດາໜັງໄດ້ສົມທົບກັບສະຖານທູດອິນເດຍ ປະຈຳ ຫວຽດນາມ ແລະ ສະຖານກົງສູນໃຫຍ່ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ຈັດບັນດາລາຍການແລກປ່ຽນວັດທະນະທຳ, ສະແດງສິລະປະວັນນະຄະດີ ຢູ່ ດາໜັງ.
(ແຫຼ່ງຄັດຈາກ VOV)