ຂ່າວສານ

ການເຂົ້າຮ່ວມ WTO ແມ່ນການຄັດເລືອກຍຸດທະສາດຂອງ ຫວຽດນາມ

ພາຍຫຼັງໄລຍະ 20 ປີ, ການເຊື່ອມໂຍງດ້ານເສດຖະກິດສາກົນໄດ້ກາຍເປັນກຳລັງໜູນຊຸກການປະຕິຮູບລະບອບລະບຽບການ, ເປີດກວ້າງການຄ້າ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ.
  ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ເຊີແນວ (ພາບ: VNA)  

ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະ​ນະ​ຜູ້ຕາງ​ໜ້າຖາວອນ ຫວຽດນາມ ປະຈຳ ເຊີແນວ, ທີ່ກອງປະຊຸມ ແລະ ເວທີປາໄສ​ວິ​ສາ​ຫະ​ກິດ​ສະ​ເຫຼີມ​ສະຫຼອງ 20 ປີທີ່ ຫວຽດນາມ ເຂົ້າເປັນ​ສະ​ມາ​ຊິກອົງການການຄ້າໂລກ (WTO), ວັນທີ 5 ພະຈິກ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ​ພາຍ​ຫຼັງ​ໄລ​ຍະ 20 ປີ, ການເຊື່ອມໂຍງ​ດ້ານເສດຖະກິດສາກົນໄດ້ກາຍເປັນ​ກຳ​ລັງ​ໜູນ​ຊ​ຸກ​ການປະຕິຮູບ​ລະ​ບອບ​ລະ​ບຽບ​ການ, ເປີດກວ້າງການຄ້າ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ​ຍົກ​ສູງ​ທີ່​ຕັ້ງສາກົນຂອງ ຫວຽດນາມ. ຫວຽດນາມ ຈະສືບຕໍ່ສ້າງ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ​ຍົກ​ສູງຄວາມສາມາດ​ແກ່ງ​ແຍ້ງ, ​ຫັນຈຸດສຸມຈາກການ​ເປີດກວ້າງ​ຂອບ​ຂະ​ໜາດ​​ດ້ານ​ການ​ຄ້າໄປສູ່ການ​ຍົກ​ສູງ​ມູນຄ່າເພີ່ມ ແລະ ເປັນ​ເຈົ້າ​ການປະກອບສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ກົດໝາຍ​ສາ​ກົນ.

ກ່າວຄຳ​ເຫັນ​ທີ່ກອງປະຊຸມ, ທ່ານນາງ Ngozi Okonjo-Iweala, ​ຜູ້ອຳ​ນວຍການ​ໃຫຍ່ WTO ໄດ້ຮັບ​ຮູ້ວົງ​ເງິນ​ການ​ຄ້າສົ່ງອອກ ແລະ ການນຳເຂົ້າສິນຄ້າ​ ລ້ວນເພີ່ມຂຶ້ນປະມານຫົກເທົ່ານັບແຕ່ເມື່ອ​ເຂົ້າເປັນ​ສະ​ມາ​ຊິກ WTO. ​ພ້ອມ​ກັນ​ນັ້ນ, ທ່ານນາງ​ກໍ່​ສະ​ເໜີແນະ ຫວຽດນາມ ສືບຕໍ່ຫັນຕະຫຼາດ​, ແຫຼ່ງສະໜອງເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຍົກ​ສູງມູນຄ່າເພີ່ມ, ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ລະຫວ່າງ​ວິ​ສາ​ຫະ​ກິດ​ຢູ່ພາຍໃນປະເທດ ແລະ ວິສາຫະກິດທີ່ລົງທຶນໂດຍກົງ​ຈາກ​ຕ່າງປະເທດ (FDI).


top