ທີ່ການເຮັດວຽກ, ການນຳ ແລະ ພະນັກງານກົມຮັກສາສັນຕິພາບ ໄດ້ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງ, ການເມືອງຢູ່ບໍລິເວນ ສ.ອາຟະລິກາກາງ; ສະພາບການຂອງຄະນະປະຕິບັດງານ MINUSCA
ວັນທີ 22 ພຶດສະພາ, ຢູ່ສຳນັກງານກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ຫ້ອງການປະຈຳການກະຊວງຕຳຫຼວດກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ແລະ ຕາງໜ້າກົມກອງຕຳຫຼວດຮັກສາສັນຕິພາບເລກ 1, ໄດ້ມີການເຮັດວຽກ, ແລກປ່ຽນດ້ານວິຊາສະເພາະກັບບັນດານາຍທະຫານທີ່ເຄີຍເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບຢູ່ ສ.ອາຟະລິກາກາງ. ການເຮັດວຽກແມ່ນເພື່ອແບ່ງປັນບົດຮຽນກ່ຽວກັບສະພາບຕົວຈິງຂອງການປະຕິບັດງານ ເມື່ອກະຊວງຕຳຫຼວດພວມກະກຽມຜັນຂະຫຍາຍບັນດານາຍຕຳຫຼວດຊຸດທຳອິດມາຮັບໜ້າທີ່ຢູ່ຄະນະປະຕິບັດງານ MINUSCA ຢູ່ບໍລິເວນນີ້.
ທີ່ການເຮັດວຽກ, ການນຳ ແລະ ພະນັກງານກົມຮັກສາສັນຕິພາບ ໄດ້ແລກປ່ຽນກ່ຽວກັບສະພາບການຄວາມໝັ້ນຄົງ, ການເມືອງຢູ່ບໍລິເວນ ສ.ອາຟະລິກາກາງ; ສະພາບການຂອງຄະນະປະຕິບັດງານ MINUSCA; ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບກຳລັງຮັກສາສັນຕິພາບສະຫະປະຊາຊາດ ເມື່ອຜັນຂະຫຍາຍຢູ່ຄະນະປະຕິບັດງານ. ທ່ານຮ້ອຍເອກນາງ ເຈິ່ນມີ້ລິງ, ນາຍຕຳຫຼວດເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ແບ່ງປັນວ່າ:
“ພວກຂ້າພະເຈົ້າມີເວລາດົນເພື່ອກະກຽມດ້ານຈິດໃຈ, ແລ້ວກຳແໜ້ນສະພາບການ, ອັບເດດສະພາບການເປັນປະຈຳຈາກບັນດາເພື່ອນຮ່ວມງານຢູ່ຄະນະປະຕິບັດງານ. ແລະໃນວິວັດການກະກຽມເພື່ອໄປຍັງຄະນະປະຕິບັດງານນີ້, ຂ້າພະເຈົ້າກໍ່ໄດ້ພົບປະ ແລະ ເຮັດວຽກໂດຍກົງກັບບັນດານາຍທະຫານກອງທັບ, ສະນັ້ນ ກໍ່ມີການສັງເກດລວມ ແລະ ລະອຽດກ່ຽວກັບສະພາບການ. ຂ້າພະເຈົ້າໄດ້ກະກຽມດ້ານຈິດໃຈຢ່າງລະອຽດລະອໍ ເພື່ອກຽມພ້ອມຮັບໜ້າທີ່.”