ຂ່າວສານ

ການຮ່ວມມືດ້ານພະລັງງານ, ໄຟຟ້ານິວເຄຼຍກັບ ລັດເຊຍ ແມ່ນບຸລິມະມິດແຖວໜ້າຂອງ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະໜັບສະໜູນເລື່ອງ Zarubezhneft ສືບຕໍ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວລົງທຶນ ແລະ ລົງນາມໃນບັນດາເອກະສານຮ່ວມມືດ້ານນ້ຳມັນອາຍແກັດສະບັບໃໝ່ສຳລັບບັນດາເຂດເປີດຢູ່ໄຫຼ່ທະວີບຂອງ ຫວຽດນາມ
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຕ້ອນຮັບ ທ່ານ Sergey Kudryashov, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft)

ວັນ​ທີ 17 ມິ​ຖຸ​ນາ, ເນື່ອງ​ໃນ​ໂອ​ກາດເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະ​ຫຼອ​ງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທ​ູດ ອາ​ຊຽນ - ລັດ​ເຊຍ ຢູ່​ນະ​ຄອ​ນ Kazan, ສ.Tatarstan (ສະ​ຫະ​ພັນ ລັດ​ເຊຍ), ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໃຫ້​ການຕ້ອນ​ຮັບ​ທ່ານ Sergey Kudryashov, ຜູ້​ອຳ​ນ​ວຍ​ການ​ໃຫຍ່​ບໍ​ລິ​ສັດ Zarubezhneft.

ເມື່ອ​ເນັ້ນ​ໜັກ​​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ກັບ ລັດ​ເຊຍ ແມ່ນ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ສະ​ໜັບ​ສະ​ໜູນ​ເລື່ອງ Zarubezhneft ສືບ​ຕໍ່​ຄົ້ນ​ຄວ້າ, ເປີດກວ້າງ​ການ​ເຄ​ື່ອນ​ໄຫວ​ລົງ​ທຶນ ແລະ ລົງ​ນາມ​ໃນບັນ​ດາ​​ເອ​ກະ​ສານຮ່ວມມືດ້ານ​ນ້ຳ​ມັນ​ອາຍ​ແກັດ​ສະ​ບັບ​ໃໝ່​ສຳ​ລັບ​ບັນ​ດາ​ເຂດ​ເປີດ​ຢູ່​​ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ, ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງກົດ​ໝາຍ​ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ Petrovietnam ແລະ Zarubezhneft ຜັນ​ຂະ​ຫຍາຍ​ບັນ​ດາອະ​ນຸ​ສັນ​ຍາສະ​ບັບ​ປັບ​ປຸງ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ Vietsovpetro ແລະ Rusvietpetro, ກໍ​ຄື​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ​ກ່ຽວ​ກັບ​ການ​ເປີດກວ້າງ​ເຂດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດສຳ​ຫຼວດ​ທ​ໍ​ລະ​ນີ​ສາດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຢູ່​ເຂດ​ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ ແລະ ໃນ​ຜືນ​ແຜ່ນ​​ດິນຂອງ ລັດ​ເຊຍ.

ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນ​ຮັບທ່ານ Alexey Likhachev, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງ​ງານ​ປະ​ລະ​ມາ​ນູ​ແຫ່ງ​ຊາດ (Rosatom), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຖື​ວ່າ ການ​ຮ່ວມ​ມື​ກັບ ລັດ​ເຊຍ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນິງ​ທ້ວນ 1 ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ. ທ່ານ​ສະ​ເໜີ​ໃຫ້ Rosatom ແລະ ຝ່າຍ ລັດ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ​ເພື່ອ​ແກ່​ຍາວ​ການ​ເຄື່ອນ​ໄຫວ​ຂອງ​ເຕົາ​ປະຕິກອນ ດ່າ​ລາດ​ ໃນ​ໄລ​ຍະ​ຕໍ່ໄປ; ສະ​ໜັບ​ສະ​ໜູນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ສູນ​ວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ​ຢູ່ ດົ່ງ​ນາຍ…


top