ຂ່າວສານ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 48 ຕື້ USD

ໃນ 6 ເດືອນຕົ້ນປີ 2026, ວົງເງິນສົ່ງອອກຂອງທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸກວ່າ 22 ຕື້ USD, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
  ພາບປະກອບ: VNA  

​ເຄື່ອງ​ຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຍົກ​ສ​ູງ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ລາຍ​ຈ່າຍ, ເປັນ​ເຈົ້າ​ແຫຼ່ງວັດ​ຖຸ​ດິບ ແລະ ຫັນ​ຕະ​ຫຼາດ​ເປັນ​ຫຼາຍ​ຮ​ູບ​ຫຼາຍ​ແບບ ເພື່ອ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໃຫ້​ບັນ​ລຸ 48 ຕື້ USD ໃນ​ປີ 2026.

ໃນ 6 ເດືອນ​ຕົ້ນ​ປີ 2026, ວົງເງິນ​ສົ່ງ​ອອກ​ຂອງ​ທົ່​ວ​ຂະ​ແໜງຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບບັນ​ລຸກວ່າ 22 ຕື້ USD, ເພີ່ມ​ຂຶ້ນ 1,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ຈຸດ​ເດັ່ນ​ຂອງ​ການ​ເຕີບ​ໂຕ​ແມ່ນນອນ​ຢູ່​ບັນ​ດາ​ໝວດ​ວັດ​ຖຸ​ດິບ ແລະ ເຄິ່ງ​ສຳ​ເລັດ​ຮູບ, ຄື: ສົ່ງ​ອອກ​​ແຜ່ນ​ແຜ, ເສັ້ນ​ຝ້າຍ, ວັດ​ຖຸ​​ຕັດ​ຫ​ຍິບສຳ​ຮອງ.

ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສົ່ງ​ອອກ 48 ຕື້ USD, ສະ​ມາ​ຄົມ​ເຄື່ອງຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ໄດ້​ຍົກ​ອອກ​ໝວດ​ມາດ​ຕະ​ການ​ແກ້​ໄຂ​ຈຸດ​ສຸມ, ລວມ​ມີ: ປັບ​ຕົວ​ເຂົ້າ​ກັບ​ຮູບ​ແບ​ບ​ຊື້​ເຄື່ອງ​ໃໝ່​ຂອງ​ບັນ​ດາ​ຍີ່​ຫໍ້​ທົ່ວ​ໂລກ; ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ເຂດ​ປູກ​ວັດ​ຖຸ​ດິບ​ຢູ່​ພາຍ​ໃນ​ປະ​ເທດ; ຫັນ​ຕະ​ຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ຍູ້​ແຮງ​ການ​ລົງ​ທຶນ​ດ້ານ​ເຕັກ​ໂນ​ໂລຊີ, ​ການ​ຫັນ​ເປັນອັດ​ຕະ​ໂນ​ມັດ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ.


top