ຂະແໜງສິນໃນນ້ຳ ຫວຽດນາມ ຄາດວ່າຈະສືບຕໍ່ບັນລຸການເຕີບໂຕຢ່າງແຮງໃນປີ 2025, ດ້ວຍຄວາມອາດສາມາດບັນລຸລະດັບ 11 ຕື້ USD, ສ້າງຂີດໝາຍຟື້ນຟູສຳຄັນພາຍຫຼັງປີ 2024.
ຕາມກົມສິນໃນນ້ຳ ຫວຽດນາມ ແລ້ວ, ປີ 2025, ຫວຽດນາມ ຈະສຸມໃສ່ການຍົກສູງຄຸນນະພາບ ແລະ ປະສິດທິຜົນການຜະລິດສິນໃນນ້ຳ. ການປັບປຸງໃນການປຸງແຕ່ງເລິກເພື່ອແກ່ຍາວລະບົບມູນຄ່າ, ຈຳກັດການນຳໃຊ້ຜົນຜະລິດ ຈະແມ່ນຍຸດທະສາດຈຸດສຸມເພື່ອເພີ່ມມູນຄ່າຂອງຜະລິດຕະພັນສິນໃນນ້ຳ. ພ້ອມກັນນັ້ນ, ຂະແໜງສິນໃນນ້ຳຈະສືບຕໍ່ຍູ້ແຮງການຫັນການລ້ຽງປູກສິນໃນນ້ຳເປັນຫຼາຍຮູບຫຼາຍແບບ.
ຂະແໜງສິນໃນນ້ຳ ຫວຽດນາມ ກຳນົດການພັດທະນາບັນດາຜະລິດຕະພັນສິນໃນນ້ຳມີມູນຄ່າເພີ່ມ ບໍ່ພຽງແຕ່ແມ່ນທ່າອ່ຽງເທົ່ານັ້ນ, ຫາກຍັງແມ່ນຍຸດທະສາດສຳຄັນເພື່ອຂະແໜງສາມາດເປີດກວ້າງ ແລະ ຮັກສາທີ່ຕັ້ງຢູ່ບັນດາຕະຫຼາດອີກດ້ວຍ.