ໃນການປະຊຸມກະກຽມໃຫ້ແກ່ກອງປະຊຸມຜັນຂະຫຍາຍ ແລະ ກວດຄືນ, ດັດປັບແຜນການສຳຫຼວດເສດຖະກິດທົ່ວປະເທດປີ 2026 ໄດ້ດຳເນີນໃນຕອນບ່າຍວັນທີ 2 ກຸມພາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍູ້ໄວຄວາມຄືບໜ້າ, ສູ້ຊົນປະຕິບັດສຳເລັດກ່ອນວັນທີ 30 ມິຖຸນາ, ໝາຍຄວາມວ່າໄວກວ່າແຜນການໃນເບື້ອງຕົ້ນ 7 ເດືອນ .
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: nhandan.vn)
ການສຳຫຼວດເສດຖະກິດທົ່ວປະເທດປີ 2026 ມີຄວາມໝາຍສຳຄັນເປັນພິເສດເມື່ອໄດ້ຮັບການຜັນຂະຫຍາຍໃນປີທຳອິດແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2026 – 2030 ເພື່ອແນໃສ່ສະໜອງສະພາບລວມ, ຄົບຖ້ວນ ແລະ ອັດເດດສະພາບຕົວຈິງຂອງພື້ນຖານເສດຖະກິດ, ຮັບໃຊ້ວຽກງານຕີລາຄາ, ວາງແຜນກຳນົດ ແລະ ບໍລິຫານນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງປະເທດ. ກ່າວຄຳເຫັນສະຫຼຸບການປະຊຸມ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກວ່າ ຕາມແຜນການດັດປັບ, ໄລຍະທີ 1 ຈະສຳເລັດການເກັບກຳຂໍ້ມູນໃນວັນທີ 10 ມີນາ; ໄລຍະທີ 2 ສຳເລັດໃນວັນທີ 30 ເມສາ; ໝາກຜົນເບື້ອງຕົ້ນຈະໄດ້ຮັບການປະກາດກ່ອນວັນທີ 30 ມິຖຸນາ.
“ຂ້າພະເຈົ້າສະເໜີໃຫ້ປັບປຸງແບບວິທີ ແລະ ແຜນການປະຕິບັດໃນທັນທີພື່ອລາຍງານຕໍ່ນາຍົກລັດຖະມົນຕີ. ສຸມໃສ່ການກວດຄືນ, ປັບປຸງບັນດາເອກະສານ ແລະ ຊອັບແວການສຳຫຼວດໃຫ້ສົມບູນແບບ ເພື່ອແນະນຳໃຫ້ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຢ່າງທັນການ, ຮັບປະກັນປະຕິບັດສຳເລັດວຽກງານເກັບກຳຂໍ້ມູນໂດຍໄວ ແລະ ພວກເຮົາຈະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດເຂົ້າໃນການກຳນົດລະຫັດຂະແໜງ ແລະຕິດຕາມເວລາປະຕິບັດຕົວຈິງຢ່າງສຸດຂີດ”.