ຂ່າວສານ ການລະບາດ ໂຄວິດ-19: ສປປ ລາວ ປິດດ່ານຊາຍແດນຫຼາຍແຫ່ງ 16/03/2020 ສີດຢາ ຂ້າເຊື້ອໄວຣັດ SARS - CoV2 ທີ່ດ່ານຊາຍແດນ. ພາບ: NLĐO ຕາມນັກຂ່າວຈາກສຳນັກຂ່າວສານ ຫວຽດນາມ ປະຈຳ ວຽງຈັນ ໃຫ້ຮູ້ວ່າ ໃນຈໍານວນ ດ່ານຊາຍແດນ 10 ແຫ່ງ ທີ່ຖືກປິດຊົ່ວຄາວ ໃນຄັ້ງນີ້ ມີ ດ່ານຊາຍແດນ 6 ແຫ່ງທີ່ ຕິດກັບ ສສ ຫວຽດນາມເຊັ່ນ: ດ່ານຊາຍແດນສາກົນ ປາງຫົກ ຢູ່ ແຂວງ ຜົ້ງສາລີ, ນໍ້າໂສຍ ຢູ່ແຂວງ ຫົວພັນ, ນໍ້າກັ່ນ ຢູ່ ແຂວງ ຊຽງຂວາງ, ພູເກືອ ຢູ່ ແຂວງ ອັດຕະປື, ດາກຕາ ຢູ່ແຂວງ ເຊກອງ ແລະ ດ່ານນໍ້າພາວ ຢູ່ແຂວງ ບໍລິຄຳໄຊ. ຈຳນວນທີ່ຍັງເຫຼືອ ແມ່ນ ດ່ານຊາຍແດນ 4 ແຫ່ງ ຕິດກັບປະເທດ ໄທເຊັ່ນ: ດ່ານ ນໍ້າເຫືອງ ແລະ ນໍ້າງຶ່ມ ແຂວງ ໄຊຍະບູລີ, ດ່ານ ນາໂພ ແຂວງ ຄໍາມ່ວນ ແລະ ເດີ່ນບິນສາກົນ ແຂວງ ສະຫວັນນະເຂດ. ໃນແຈ້ງຂ່າວກ່ຽວກັບເລື່ອງ ປິດດ່ານຊາຍແດນຊົ່ວຄາວ 10 ແຫ່ງນັ້ນ, ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວ ໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະ ນະ ສຸກ ແຫ່ງສປປ ລາວ ໄດ້ຮຽກຮ້ອງ ພໍ່ແມ່ປະຊາຊົນ ລາວ ບັນດາເຜົ່າ ໃຫ້ຈໍາກັດ ການເດີນທາງ ອອກນອກ ປະ ເທດ ຖ້າບໍ່ຈຳເປັນ ເພື່ອຫຼີກລ່ຽງ ຄວາມສ່ຽງ ທີ່ຕິດ ກັບ ໄວຣັດ SARS-CoV-2 ທີ່ກໍາລັງລະບາດ ຢູ່ໃນ ທົ່ວ ໂລກ. ໂດຍ: VNA

ສີດຢາ ຂ້າເຊື້ອໄວຣັດ SARS - CoV2 ທີ່ດ່ານຊາຍແດນ. ພາບ: NLĐO ຕາມນັກຂ່າວຈາກສຳນັກຂ່າວສານ ຫວຽດນາມ ປະຈຳ ວຽງຈັນ ໃຫ້ຮູ້ວ່າ ໃນຈໍານວນ ດ່ານຊາຍແດນ 10 ແຫ່ງ ທີ່ຖືກປິດຊົ່ວຄາວ ໃນຄັ້ງນີ້ ມີ ດ່ານຊາຍແດນ 6 ແຫ່ງທີ່ ຕິດກັບ ສສ ຫວຽດນາມເຊັ່ນ: ດ່ານຊາຍແດນສາກົນ ປາງຫົກ ຢູ່ ແຂວງ ຜົ້ງສາລີ, ນໍ້າໂສຍ ຢູ່ແຂວງ ຫົວພັນ, ນໍ້າກັ່ນ ຢູ່ ແຂວງ ຊຽງຂວາງ, ພູເກືອ ຢູ່ ແຂວງ ອັດຕະປື, ດາກຕາ ຢູ່ແຂວງ ເຊກອງ ແລະ ດ່ານນໍ້າພາວ ຢູ່ແຂວງ ບໍລິຄຳໄຊ. ຈຳນວນທີ່ຍັງເຫຼືອ ແມ່ນ ດ່ານຊາຍແດນ 4 ແຫ່ງ ຕິດກັບປະເທດ ໄທເຊັ່ນ: ດ່ານ ນໍ້າເຫືອງ ແລະ ນໍ້າງຶ່ມ ແຂວງ ໄຊຍະບູລີ, ດ່ານ ນາໂພ ແຂວງ ຄໍາມ່ວນ ແລະ ເດີ່ນບິນສາກົນ ແຂວງ ສະຫວັນນະເຂດ. ໃນແຈ້ງຂ່າວກ່ຽວກັບເລື່ອງ ປິດດ່ານຊາຍແດນຊົ່ວຄາວ 10 ແຫ່ງນັ້ນ, ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວ ໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະ ນະ ສຸກ ແຫ່ງສປປ ລາວ ໄດ້ຮຽກຮ້ອງ ພໍ່ແມ່ປະຊາຊົນ ລາວ ບັນດາເຜົ່າ ໃຫ້ຈໍາກັດ ການເດີນທາງ ອອກນອກ ປະ ເທດ ຖ້າບໍ່ຈຳເປັນ ເພື່ອຫຼີກລ່ຽງ ຄວາມສ່ຽງ ທີ່ຕິດ ກັບ ໄວຣັດ SARS-CoV-2 ທີ່ກໍາລັງລະບາດ ຢູ່ໃນ ທົ່ວ ໂລກ. ໂດຍ: VNA