ຕາມຂໍ້ສັງເກດຂອງວົງການນັກສັງເກດການ, ບົດບາດພູມສາດການເມືອງຂອງ ຫວຽດນາມ ເລີ່ມມີການປ່ຽນແປງ. ຫວຽດນາມ ເດີນຕາມ 2 ເປົ້າໝາຍຕົ້ນຕໍ
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປຮອດປະເທດ ຈີນ (ພາບ: TTXVN)
ວັນທີ 14 ເມສາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປຮອດປະເທດ ຈີນ ໃນການຢ້ຽມຢາມຕ່າງປະເທດຄັ້ງທຳອິດໃນຖານະເປັນຜູ້ນຳໜ້າລັດ, ເປັນການສົ່ງສັນຍານບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
ຕາມຂໍ້ສັງເກດຂອງວົງການນັກສັງເກດການ, ບົດບາດພູມສາດການເມືອງຂອງ ຫວຽດນາມ ເລີ່ມມີການປ່ຽນແປງ. ຫວຽດນາມ ເດີນຕາມ 2 ເປົ້າໝາຍຕົ້ນຕໍແມ່ນ: ຮັກສາການເຕີບໂຕເສດຖະກິດ ແລະ ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ ເລຮົ່ງຫຽບ, ນັກຄົ້ນຄວ້າຂັ້ນສູງ ແລະ ນັກປະສານງານໂຄງການຄົ້ນຄວ້າ ຫວຽດນາມ ຢູ່ສະຖາບັນ ISEAS - Yusof Ishak, ສິງກະໂປ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ອາດຈະສວມບົດບາດຕັ້ງໜ້າກວ່າໃນອະນາຄົດ ຖ້າຮັກສາການພັດທະນາດ້ານເສດຖະກິດ ແລະ ມີຫຼາຍແຫຼ່ງກຳລັງຕື່ມອີກ.
ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານ Lye Liang Fook, ນັກຄົ້ນຄວ້າຂັ້ນສູງຢູ່ ISEAS - Yusof Ishak ຖືວ່າ ຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ, ຫວຽດນາມ ຕ້ອງຊອກຫາໂອກາດຢູ່ຕະຫຼາດໃໝ່ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືຫຼັກແຫຼ່ງເພື່ອສືບຕໍ່ເຕີບໂຕ ແລະ ຮັກສາຄວາມເປັນປົກກະຕິ.