ຂ່າວສານ

ການຢ້ຽມຢາມຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ

ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລັດຖະບານ ສ.ເກົາຫຼີ ຖືເປັນສຳຄັນໃນການພັດທະນາການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ລະຫວ່າງ 2 ປະເທດ.
ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ (ພາບ: Yonhap/TTXVN)

ວັນທີ 07 ສິງຫາ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບການຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ແຕ່ວັນທີ 10 – 13 ສິງຫາ, ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ, ການຢ້ຽມຢາມແມ່ນເຫດການຕ້ອນຮັບປະມຸກລັດຕ່າງປະເທດທ່ານທຳອິດຂອງລັດຖະບານຊຸດໃໝ່ຂອງ ສ.ເກົາຫຼີ ຈັດຂຶ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລັດຖະບານ ສ.ເກົາຫຼີ ຖືເປັນສຳຄັນໃນການພັດທະນາການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ລະຫວ່າງ 2 ປະເທດ.

        ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ເຊື່ອໝັ້ນວ່າ, ການຢ້ຽມຢາມຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ຈະເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນ ສ.ເກົາຫຼີ - ຫວຽດນາມ. ທ່ານຫວັງວ່າ, 2 ປະເທດຈະສືບຕໍ່ແບ່ງປັນບົດຮຽນ ແລະ ຮ່ວມມືກັນຢ່າງຕັ້ງໜ້າ, ບໍ່ພຽງແຕ່ໃນຂອບເຂດເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ເທົ່ານັ້ນ, ຫາກຍັງໃນບັນດາເວທີປາໄສຫຼາຍຝ່າຍອີກດ້ວຍ.

        ເມື່ອແບ່ງປັນກ່ຽວກັບບັນດາບຸລິມະສິດຂອງລັດຖະບານ ສ.ເກົາຫຼີ ໃນການຮ່ວມມືກັບ ຫວຽດນາມ, ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ຢືນຢັນຄວາມສຳຄັນຂອງເລື່ອງເປີດກວ້າງ ແລະ ພັດທະນາການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ 2 ຝ່າຍຈະເປີດກວ້າງຂອບເຂດການຮ່ວມມືໄປສູ່ບັນດາຂົງເຂດ, ຄື: ໄຟຟ້ານິວເຄຼຍ, ເສັ້ນທາງລົດໄຟຄວາມໄວສູງ ແລະ ພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ…


top