ຂ່າວສານ

ການພົວພັນ ຫວຽດນາມ - ລາວ ຈະສືບຕໍ່ໄດ້ເຮັດແຈ້ງ, ຫັນເປັນລະອຽດ ແລະ ຜັນຂະຫຍາຍຢ່າງຄົບຊຸດໃນທຸກຂົງເຂດ

ການຢ້ຽມຢາມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໃນຄັ້ງນີ້ ຈະສືບຕໍ່ເປັນການຢັ້ງຢືນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 476 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: nhandan.vn)

  ເພື່ອນ ວັນວິໄລ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ໂດຍແມ່ນຄົນ ລາວ ຜູ້ໜຶ່ງທີ່ໄດ້ຕິດຕາມບັນດາລາຍການຂອງພາກພາສາລາວ, VOV5 ເປັນເວລາດົນຂ້າພະເຈົ້າຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຄັ້ງນີ້ ຈະນຳມາເຊິ່ງນະໂຍບາຍທີ່ມີປະສິດທິຜົນຫຼາຢ່າງໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ. ນັບແຕ່ຈຸເວລານີ້ ຂ້າພະເຈົ້າກໍ່ເຫັນໄດ້ອະນາຄົດອັນສະຫວ່າງສະໄຫວຂອງ ຫວຽດນາມ ແລ້ວ”.

        ໂດຍກໍ່ມີທັດສະນະເຊັ່ນດຽວກັນ, ເພື່ອນ ແສງດາວົງ, ຢູ່ແຂວງ ອັດຕະປື, ໄດ້ສົ່ງຂໍ້ຄວາມມາຫາລາຍການ, ເນັ້ນໜັກເຖິງບົດບາດອັນລຸລ່ວງຂອງພັກກອມມູນິດ ຫວຽດນາມ ໃນຄວາມສະໜິດຕິດພັນເລືອດເນື້ອກັບປະຊາຊົນ, ຮັບປະກັນໃຫ້ພື້ນຖານສັນຕິພາບ, ຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ: ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງທີ່ມີຂອບຂະໜາດໃຫຍ່ຢ່າງແທ້ຈິງ. ຂ້າພະເຈົ້າຂໍອວຍອນສິ່ງທີ່ດີງາມໃຫ້ ຫວຽດນາມ ແລະ ສັນຕິພາບ  ອາຊີແລະຫວັງວ່າ ປີ 2026 ຈະກາເປັນບາດລ້ຽວດ້ານການເມືອງທົ່ວໂລກດ້ວຍການຫັນປ່ຽນຢ່າງແຮງກ່ຽວກັບສັນຕິພາບ - ພື້ນຖານສັນຕິພາບແບບຍືນຍົງໄດ້ຮັບການປັບປຸງຢ່າງຍາວນານພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ”.

        ເພື່ອນ ສຸລິວົງ, ແຂວງ ຫຼວງພະບາງ ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມໃນປີຜ່ານມາຂອງ ຫວຽດນາມ ແມ່ນມີຄວາມປະທັບໃຈທີ່ສຸດ. ລະດັບເຕີບໂຕບັນລຸ 8%ຈຳນວນແຂກທ່ອງທ່ຽວ ຫຼື ວົງເງິນສົ່ງອອກ - ນຳເຂົ້າລ້ວນແຕ່ສ້າງລະດັບສະຖິຕິ. ຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕ 2 ຕົວເລກໃນໄລຍະ 5 ປີຈະມາເຖິງ ຄືດັ່ງຄາດໝາຍທີ່ໄດ້ວາງອອກ”.

ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ (ພາບ: TTXVN)

ເພື່ອນ ຄຳສຸວັນດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ ແບ່ງວັນວ່າ: ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປ.ລາວພາຍຫຼັງ ຫວຽດນາມ ຈັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດາມ ບັນລຸຜົນສຳເລັດນັ້ນ ໄດ້ສະແດງໃຫ້ເຫັຄວາມມີຊີວິດຊີວາຂອງການພົວພັນສາກົນທີ່ເປັນແບບຢ່າງສັດຊື່ບໍລິສຸດມີໜຶ່ງບໍ່ມີສອງໃນໂລກລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

        ເພື່ອນ ຄຳສຸວັນ ທີ່ຮັກແພງ! ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແມ່ນປະມຸກລັດຕ່າງປະເທດຜູ້ທຳອິດທີ່ມາຢ້ຽມຢາມ ຫວຽດນາມ (ແຕ່ວັນທີ 26 – 27 ມັງກອນ 2026) ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ຫວຽດນາມ ກໍ່ແມ່ນປະເທດທຳອິດທີ່ ທ່ານ ທອງລຸນ ສີສຸລິດ ໄປປະຕິບັດງານພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ພັກປະຊາຊົນປະຕິວັດ ລາວ ທີ່ກອງປະຊຸມໃຫຍ່ຄັ້ງທີ XII ໃນຕົ້ນເດືອນ ມັງກອນ ທີ່ຜ່ານມາ. ອາດເວົ້າໄດ້ວ່າ ນີ້ແມ່ນການຢ້ຽມຢາມຂັ້ນປະມຸກລັດທຳອິດທີ່ ຫວຽດນາມ ຈັດການຕ້ອນຮັບໃນປີ 2026. ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ດຳເນີນໄປໃນສະພາບທີ່ການພົວພັນ ຫວຽດນາມ - ລາວ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່.

        ໃນການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ຂອງການພົວພັນ ຫວຽດນາມ - ລາວ ຈະສືບຕໍ່ໄດ້ເຮັດແຈ້ງ, ຫັນເປັນລະອຽດ ແລະ ຜັນຂະຫຍາຍຢ່າງຄົບຊຸດໃນທຸກຂົງເຂດ. ທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ, ໃຫ້ຮູ້ວ່າ:

(ທ່ານ ບໍ່ວຽງຄຳ ວົງດາລາປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ)

ບົນພື້ນຖານການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນມາແຕ່ດົນນານ, ການຢ້ຽມຢາມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໃນຄັ້ງນີ້ ຈະສືບຕໍ່ເປັນການຢັ້ງຢືນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.


top