ໂດຍໄດ້ຮັບຄຳເຊີນຂອງພັກ ແລະ ລັດ ລາວ, ຄະນະຜູ້ແທນຂັ້ນສູງພັກ ແລະ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ...
ໂດຍໄດ້ຮັບຄຳເຊີນຂອງພັກ ແລະ ລັດ ລາວ, ຄະນະຜູ້ແທນຂັ້ນສູງພັກ ແລະ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ນຳໜ້າໄດ້ມາຢ້ຽມຢາມ ລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງການລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ລາວ. ຕອນບ່າຍວັນທີ 17 ກໍລະກົດ 2022, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ປະທານສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກກອມມູນິດ ຫວຽດນາມ. ພາບ: ຟ້າມກຽນ/VNA
ທີ່ການພົບປະ, ທ່ານ ຫວໍວັນເຖືອງ ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດເມື່ອ 60 ປີກ່ອນ ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແຫ່ງຈາກນີ້ 45 ປີ, ແມ່ນເຫດການທີ່ສຳຄຳດ້ານປະຫວັດສາດ, ເປັນຂີດໝາຍສຸດທີ່ສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ. ທ່ານ ຫວໍວັນເຖືອງ ສະແດງຄວາມປິຕິຊົມຊື່ນ ຕໍ່ການພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທຖານະບົດບາດໃນເວທີສາກົນຂອງແຕ່ລະປະເທດ. ແລະ ຂອບໃຈ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຫວຽດນາມ ມາຮອດປະຈຸບັນ.
ການນຳຂັ້ນສູງ ລາວ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າອີກໃນໄລຍະປ່ຽນແປ່ງໃໝ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຢ່າງສຳເລັດຜົນ. ການນຳຂັ້ນສູງຂອງ ລາວ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ບຳລຸງສ້າງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນມີຍຸດທະສາດການຮ່ວມມືໄລຍະ 2021-2030, ສັນຍາຮ່ວມມືໄລຍະ 2021-2025. ແລະ ສັນຍາວ່າດ້ວຍແຜນການຮ່ວມມືລະຫວ່າງສອງລັດຖະບານໃນປີ 2022. ສືບຕໍ່ຈັດຕັ້ງການເຄື່ອນໄຫວເປັນຢ່າງດີໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ.
ຕອນບ່າຍ ວັນທີ 17 ກໍລະກົດ, ທ່ານ ຫວູວັນເຖືອງ ໄດ້ວາງພວງມາລາທີ່ອະນຸສາວະລີວິລະຊົນ ແລະ ນັກຮົບ ເສຍສະຫຼະຊີວິດເພື່ອຊາດ, ອະນຸສາວະລີທ່ານ ໄກສອນ ພົມວິຫານ, ມາຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ແລະ ເຂົ້າຮ່ວມພິທີເປີດງານວາງສະແດງ ເອກະສານ, ຮູບພາບ, ວັດຖຸພັນ, ປື້ມກ່ຽວກັບການພົວພັນ ຫວຽດນາມ - ລາວ.
ປະຕິບັດ: VNP