ຂ່າວສານ

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ.
ທີ່ການພົບປະສົນທະນາ
(ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 22 ເມ​ສາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ Lee Jae Myung, ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ.

ນີິ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung, ພາຍ​ຫຼັງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ບູ​ລະ​ນະ​ກົງ​ຈັກ​ການ​ນຳ​ລັດສຳເລັດ​ສົ​ມ​ບູນ​.

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ໄດ້ດຳ​ເນີນ​ການ​ພົບ​ປ​ະ​ສົນ​ທະ​ນາ.

ທີ່​ການ​ພົບ​ປະ​ສົນ​ທະ​ນາ​, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງກອມມູນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດນາມ ແລະ ທ່ານ Lee Jae-Myung ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົ​າ​ຫຼີ ໄດ້​ເປັນເອກະພາບ​ຫຼາຍ​ເນື້ອ​ໃນ​ຮ່ວມ​ມື​ສຳ​ຄັນ, ໃນ​ນັ້ນ​ມີ​ເລື່ອງສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​ບັນ​ລຸ 150 ຕື້ USD ໃນ​ປີ 2030.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae-Myung, ປາດ​ຖ​ະ​ໜາ​ວ່າ ສ.ເກົາ​ຫຼີ ຈະ​ສວມ​ບົດ​ບາດ​ແກ່ນ​ສານ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ອະ​ນາ​ຄົດ​ຂອງ ຫວຽດ​ນາມ. ກ​ານ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ (AI), ໂທ​ລະ​ຄົມ​ມະ​ນາ​ຄົມ, ຄວາມປອດໄພ​ທາງ​ໄຊ​ເບ​ີ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ. 2 ຝ່າຍ​ເຫັນ​ດີເປັນເອກະພາບ​ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍການ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຄົມ​ຢູ່​ແຕ່​ລະ​ປະ​ເທດ​ທີ່​ພວມ​​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວ​ຽກ​ຢູ່​ປະ​ເທດ​ຂອງ​ກັນ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປ​ະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ສ.ເກົາ​ຫຼີ ຕັ້ງ​ໜ້າ​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທ​ະ​ນະ​ທຳ, ອຸດ​ສາ​ຫະ​ກຳ​ບັນ​ເທິງ, ແບ່ງ​ປັນ​ບົດ​ຮຽນການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ.

ພາຍ​ຫຼັງ​ການ​ພົບ​ປະ​ສົນ​ທະ​ນາ, ການ​ນຳ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກການ​ຮ່ວມ​ມື (MOU) ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົ​າ​ຫຼີ 12 ສະ​ບັບ.


top