ຂ່າວສານ

ການປະທະກັນຢູ່ ຕາເວັນອອກກາງ: ອາຣັບບິ ຊາອຸດິ ບຸກໂຈມຕີທາງອາກາດໃສ່ຮາກຖານນຳ້ມັນບໍ່ຢູ່ Yemen, Houthi ກ່າວເຕືອນໂຕ້ຕອບ

ວັນ​ທີ 13 ຕຸ​ລາ​, ທະ​ຫານ​ປະ​ສົມ​ໂດຍ ອາ​ຣັບ​ບິ ຊາ​ອຸ​ດິ ນຳ​ພາ ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຮາກ​ຖານ​ນຳ​້​ມັນ​ບໍ່​ຢູ່ Al-Sabaha, ທາງ​ທິດ​ຕາ​ເວັນ​ຕົກ ​ນະ​ຄອນ​ຫຼວງ Sanaa ຂອງ Yemen.
  ບັນດາມືປືນ Houthi ຢູ່ Sanaa, Yemen (ພາບ: ຊິນຮວາ/VNA)  

ການ​ກະ​ທຳ​ນີ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ຝ່າຍເພີ່ມຂຶ້ນ​ ໃນ​ສະ​ພາບ​ການທີ່​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ສະ​ໜາມ​ບິນ ແລະ ຮາກ​ຖານ​ພະ​ລັງ​ງານ​ຍັງ​ເກີດ​ຂຶ້ນ​ຢູ່.

​ທ່ານ Yahya Saree, ໂຄ​ສົກ​ດ້ານ​ການ​ທະ​ຫານ​ຂອງ Houthi ກ່າວ​ເຕືອນວ່າ ອາ​ຣັບ​ບິ ຊາ​ອຸ​ດິ ຈະ​ຕ້ອງໄດ້​ຮັບ​ການ​ໂຕ້​ຕອບ​ຖ້າ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ Sanaa. ພ້ອມ​ນັ້ນ​, ກໍ່ຖະ​ແຫຼງ​ວ່າ ບັນ​ດາ​ຮາກ​ຖານ​ນຳ​້​ມັນ​ບໍ່​ຂອງ​ກຸ່ມ​ບໍ​ລິ​ສັດ Aramco ແມ່ນ​ເປົ້າ​ໝາຍທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​, ພ້ອມ​ທັງ​ໄດ້​ເວົ້າ​ເຖິງ​ຊື່ສຳ​ນັກ​ງານ Aramco ຢູ່ Damman, ສະ​ໜາມ​ບິນ​ສາ​ກົນ King Khalid ຢູ່ Riyadh ແລະ ໂຮງ​ງານ​ກັ່ນ​ຕອງ​ນຳ​້​ມັນ Riyadh ແມ່ນ​ບັນ​ດາ​ສະ​ຖານ​ທີ່​ອາດ​ສາ​ມາດ​ຖືກ​ບຸກ​ໂຈມ​ຕີ​.

ກ່ອນ​ໜ້າ​ນັ້ນ​, ບັນ​ດາ​ການ​ບຸກ​ໂຈມ​ຕີ​ໂດຍ​ກຳ​ລັງ Houthi (Yemen) ປະ​ຕິ​ບັດ​ເລັ່ງ​ໃສ່​ສະ​ໜາມ​ບິນ Riyadh ໄດ້​ກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ​ຫຼວງ​ຫຼາຍ​. ຕາມ​ແຫຼ່ງ​ຂ່າວ​ສາ​ກົນ​ແລ້ວ​, ການ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 10 ຕຸ​ລາ ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 12 ຄົນ ແລະ ກ່ວາ 300 ຄົນ​ຖືກ​ບາດ​ເຈັບ​; ວັນ​ທີ 11 ຕຸ​ລາ​, ມີວັດ​ຖຸ​ໜຶ່ງ​ຕົກ​ໃສ່​ສະ​ຖາ​ນີ​ແຫ່ງ​ໜຶ່ງ ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີ​ວິດ ແລະ 11 ຄົນ​ຖືກ​ບາດ​ເຈັບ​. ການ​ເຄື່ອນ​ໄຫວ​ການ​ບິນ​ຢູ່​​ສະ​ໜາມ​ບິນຈຳນວນໜຶ່ງ​ໃນ ອາ​ຣັບ​ບິ ຊາ​ອຸ​ດິ ຖືກ​ຢຸດສະງັກ​.


top