ຂ່າວສານ

ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ

ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງ​ການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ.
  ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ (ພາບ: VNA)  

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ໃນຕອນເຊົ້າວັນທີ 28 ສິງ​ຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ໄດ້ໄປວາງພວງມາລາ, ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີໄຫວ້ອາໄລມີ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ; ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິ້ມ​ຕູ້ ຜູ້ປະຈຳການ ຄະ​ນະເລຂາທິການສູນ​ກາງ​ພັກ, ພ້ອມດ້ວຍບັນດາອະດີດການນຳ ພັກ, ລັດ.

ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງ​ການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຈູດທູບໄຕ້​ທຽ​ນ, ອາ​ໄລ​ຫາບັນດານັກ​ຮົບ​ວິ​ລະ​ຊົນ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ອະນຸສາວະລີບັນດານັກ​ຮົບວິລະຊົນເສຍສະຫຼະຊີວິດເພື່ອ​ຊາດ ຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).


top