ຂ່າວສານ

ການນຳຫຼາຍປະເທດສົ່ງໂທລະເລກ ແລະ ຈົດໝາຍອວຍພອນ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), ການນຳຫຼາຍປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດ ຫວຽດນາມ.
ກຳລັງທະຫານເຮືອທະເລ ຫວຽດນາມ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ.ລາວ ແລະ ຄະນະກຳມະການແນວ ລາວ ສ້າງຊາດ, ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ. ໃນໂທລະເລກ, ການນຳ ລາວ ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ, ໂດຍນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານຫຼາຍໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ແລະ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ ເພື່ອສືບຕໍ່ສ້າງປະເທດ ຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ, ປະຕິບັດສຳເລັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ ແລະ ທັນສະໄໝ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີສຽງ, ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ ໄດ້ສົ່ງໂທລະເລກອວຍພອນເຖິງການນຳພັກ, ລັດ, ສະພາຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ. ໃນບັນດາໂທລະເລກອວຍພອນ, ການນຳຫຼັກແຫຼ່ງ ຈີນ ຢືນຢັນວ່າ, ຍາມໃດປະເທດ ຈີນ ກໍ່ຖື ຫວຽດນາມ ແມ່ນທິດທາງບຸລິມະສິດໃນການທູດຖານບ້ານໃກ້ເຮືອນຄຽງ, ສືບຕໍ່ເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຈີນ - ຫວຽດນາມ ໃຫ້ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ໃນຈົດໝາຍສົ່ງເຖິງການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ, ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni, ແຫ່ງລາຊະອານາຈັກ ກຳປູເຈຍ, ປະທານສະພາສູງ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ກຳປູເຈຍ ເຊື່ອໝັ້ນວ່າ, ດ້ວຍພື້ນຖານເຊິ່ງການນຳ ແລະ ປະຊາຊົນຫຼາຍລຸ່ນຄົນເພີ່ມພູນຄຸນສ້າງ, ສາຍພົວພັນມິດຕະພາບ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີ.

        ທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ Miguel Diaz Canel Bermudez, ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ໄດ້ສົ່ງຈົດໝາຍເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ. ໃນຈົດໝາຍ, ທ່ານ Miguel Diaz Canel Bermudez ຢືນຢັນວ່າ ກຸຍບາ ຕັດສິນໃຈສືບຕໍ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນຢ່າງສະໜິດແໜ້ນລະຫວ່າງ 2 ຊາດ, ເຊິ່ງເຄີຍໄດ້ຮັບການສ້າງຕັ້ງ ແລະ ຫຼໍ່ຫຼອມຈາກປະທານ ໂຮ່ຈີມິນ ແລະ ຜູ້ບັນຊາການໃຫຍ່ Fidel Castro.

        ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກື່ອງ; ທ່ານນາຍົກລັດຖະມົນຕີສະຫະພັນ ລັດເຊຍ Mikhail Mishustin ໄດ້ສົ່ງໂທລະເລກເຖິງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ; ທ່ານປະທານສະພາສະຫະພັນ ລັດເຊຍ Valentina Matviyenko ແລະ ທ່ານປະທານສະພາດູມາແຫ່ງຊາດ ສະຫະພັນ ລັດເຊຍ Vyacheslav Volodin ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ. ບັນດາການນຳ ລັດເຊຍ ຢືນຢັນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພວມພັດທະນາຢ່າງຕັ້ງໜ້າ, ການສົມທົບກັນໃນບັນດາຄວາມມານະພະຍາຍາມລວມໃນບັນຫາພາກພື້ນ ແລະ ສາກົນພວມນຳມາເຊິ່ງໝາກຜົນທີ່ດີງາມ ບົນຈິດໃຈເຄົາລົບເຊິ່ງກັນແລະກັນ ແລະ ພ້ອມກັບຄິດໄລ່ເຖິງຜົນປະໂຫຍດຂອງກັນ.


top