ຂ່າວສານ

ການນຳກໍາປູເຈຍ ອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້

      ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງທ່ານ ເວືອງດິ່ງເຫວ້ ໃນຖານະເປັນການນຳອົງການສ້າງກົດໝາຍຂອງ ຫວຽດນາມ, ການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການສ້າງກົດໝາຍ ແລະ ສອງປະເທດ ຫວຽດນາມ -  ກຳປູເຈຍ ຈະສືບຕໍ່ເກີດດອກອອກຜົນໃນຊຸມປີຈະມາເຖິງ.
ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin (ພາບ: TTXVN)
      ເນື່ອງໃນໂອກາດ ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin ສົ່ງສານອວຍພອນ.  ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງທ່ານ ເວືອງດິ່ງເຫວ້ ໃນຖານະເປັນການນຳອົງການສ້າງກົດໝາຍຂອງ ຫວຽດນາມ, ການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການສ້າງກົດໝາຍ ແລະ ສອງປະເທດ ຫວຽດນາມ -  ກຳປູເຈຍ ຈະສືບຕໍ່ເກີດດອກອອກຜົນໃນຊຸມປີຈະມາເຖິງ, ເພື່ອຜົນປະໂຫຍດຂອງສອງປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ກໍໄດ້ສົ່ງຄຳຂອບອົກຂອບໃຈມາຍັງ ຫວຽດນາມ ທີ່ໄດ້ມອບຜ້າອັດປາກ - ອັດດັງ ໃຫ້ແກ່ກຳປູເຈຍ ເພື່ອຮ່ວມແຮງຮ່ວມໃຈສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)


top