ຢູ່ນອກກອງປະຊຸມການທູດຄັ້ງທີ 33 ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ບັນດານັກການທູດຕ່າງປະເທດປະຈຳ ຫວຽດນາມ ໄດ້ແບ່ງປັນບັນດາການຕີລາຄາຢ່າງເລິກເຊິ່ງ ແລະ ຮອບດ້ານກ່ຽວກັບທີ່ຕັ້ງ ກໍຄືຄວາມເປັນເອກະລັກສະເພາະຂອງພື້ນຖານການທູດ ຫວຽດນາມ.
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: VNA)
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ເນັ້ນໜັກວ່າ ພື້ນຖານການທູດ ຫວຽດນາມ ພວມຫັນປ່ຽນໄປສູ່ໄລຍະພັດທະນາໃໝ່ທີ່ເຕັມໄປດ້ວຍຄວາມເປັນເຈົ້າການ. ຫວຽດນາມ ເປັນເຈົ້າການກວ່າໃນການເຂົ້າຮ່ວມບັນດາການກຳນົດສ້າງຮູບແບບຂໍ້ລິເລີມການຮ່ວມມື, ຊຸກຍູ້ການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກ. ສິ່ງດັ່ງກ່າວສ່ອງແສງເຖິງການເຕີບໃຫຍ່ຂອງພື້ນຖານການທູດ ຫວຽດນາມ ກໍຄືທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ບົນເວທີສາກົນ.
ໂດຍມີຄວາມເຫັນເຊັ່ນດຽວກັນ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຖືວ່າ ເລື່ອງ ຫວຽດນາມ ເພີ່ມທະວີການທູດເສດຖະກິດ, ຍູ້ແຮງການດຶງດູດແຫຼ່ງທຶນໂດຍກົງຈາກຕ່າງປະເທດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີລະດັບວິຊາສະເພາະສູງ ບໍ່ພຽງແຕ່ມີຄວາມໝາຍຕໍ່ການພັດທະນາຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງກ່ຽວຂ້ອງໂດຍກົງເຖິງການພັດທະນາແບບຍືນຍົງ ແລະ ຄວາມໝັ້ນຄົງເສດຖະກິດພາກພື້ນອີກດ້ວຍ.