ຂ່າວສານ

ການທາບທາມດ້ານການເມືອງ ຫວຽດນາມ - ລາວ ຄັ້ງທີ 10

2 ຝ່າຍໄດ້ຕີລາຄາການຮ່ວມມືໃນໄລຍະຜ່ານມາ, ເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງ.
(ທີ່ການຕ້ອນຮັບ)

ໃນລະຫວ່າງວັນທີ 08 – 09 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນແມ້ງເກືອງ ໄດ້ມີການຢ້ຽມຢາມ ແລະ ເປັນປະທານຮ່ວມການທາບທາມຄວາມເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10, ຢູ່ນະຄອນຫຼວງ ວຽງຈັນ. ຢູ່ທີ່ນີ້, 2 ຝ່າຍໄດ້ຕີລາຄາການຮ່ວມມືໃນໄລຍະຜ່ານມາ, ເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສືບຕໍ່ສົມທົບກັນກະກຽມບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນ, ໃນນັ້ນມີການກະກຽມໃຫ້ແກ່ການທາບທາມຄວາມເຫັນດ້ານການເມືອງຂັ້ນລັດຖະມົນຕີກະຊວງການຕ່າງປະເທດຂອງ 2 ປະເທດໃນທ້າຍປີ 2025.

        ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແມ້ງເກືອງ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ; ທ່ານລັດຖະມົນຕີການເງິນ ລາວ ສັນຕິພາບ ພົມວິຫານ ແລະ ຜູ້ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ບຸນເຫຼືອ ພັນດານຸວົງ. ທີ່ບັນດາການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກືອງ ຢືນຢັນວ່າ, ກະຊວງການຕ່າງປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນການຜັນຂະຫຍາຍວຽກງານພົວພັນຕ່າງປະເທດຂອງພັກ, ລັດ ແລະ ປະຊາຊົນລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ, ກໍ່ເພີ່ມທະວີການສົມທົບກັນດ້ານທັດສະນະກ່ຽວກັບບັນດາບັນຫາສາກົນ, ພາກພື້ນຢູ່ບັນດາເວທີປາໄສ, ກໍ່ຄືແລກປ່ຽນໃນບັນດາຂົງເຂດທີ່ 2 ຝ່າຍມີຄວາມສົນໃຈ.


top