ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ວຽກງານການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຕ້ອງໄດ້ມີການຄາດຄະເນລ່ວງໜ້າ, ໃຫ້ຄຳປຶກສາຢ່າງວ່ອງໄວ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນສະຫຼຸບວາລະປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ທີ່ ຮ່າໂນ້ຍ), ຄະນະຊີ້ນຳສູນກາງກ່ຽວກັບການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ (ຄະນະຊີ້ນຳ) ໄດ້ຈັດວາລະປະຊຸມຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ. ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເຂົ້າຮ່ວມ.
ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ວຽກງານການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຕ້ອງໄດ້ມີການຄາດຄະເນລ່ວງໜ້າ, ໃຫ້ຄຳປຶກສາຢ່າງວ່ອງໄວ, ຊັດເຈນ ແລະ ເປັນເຈົ້າການໃນການກະທຳ ໃນຂະນະນັ້ນຄວາມຮຽກຮ້ອງການພັດທະນາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045 ແມ່ນມີຄວາມຄາດຫວັງຢ່າງໃຫຍ່ຫຼວງ, ມີເປົ້າໝາຍສູງທີ່ສຸດ. ການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຕ້ອງຮັບໃຊ້ໃຫ້ແກ່ການພັດທະນາ, ເປັນເຈົ້າຍຸດທະສາດ ແລະ ຍົກສູງກຳລັງແກ່ງແຍ້ງແຫ່ງຊາດໂດຍກົງກວ່າ.
ເມື່ອເຕື້ອງເຖິງໜ້າທີ່ໃນຕໍ່ໜ້າທີ່ຕ້ອງສຸມໃສ່ໃນໄລຍະ 6 ເດືອນທ້າຍປີ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຕ້ອງສ້າງບັນດາເອກະສານພື້ນຖານໃຫ້ສົມບູນແບບໃນທັນທີ ເພື່ອໃຫ້ຄະນະຊີ້ນຳເປັນເອກະພາບໃນການເຄື່ອນໄຫວ, ມີປະສິດທິຜົນ.