ສາລະຄະດີ

ກັບຄືນສູ່ ປັກບໍ໋, ຄິດຮອດຮອຍຕີນ ຂອງ ຜູ້ນໍາທ່ີຍິ່ງໃຫຍ່

ປັກບໍ໋ (ແຂວງ ກາວບັ່ງ), ແມ່ນດິນແດນປະຫວັດສາດ ທີ່ຕິດພັນ ກັບເສັ້ນທາງການເຄື່ອນໄຫວປະຕິວັດ ຂອງ ປະທານ ໂຮ່ຈີມິນ ໃນ ໄລຍະທີ່ເພິ່ນກັບຄືນປະເທດ ເພື່ອນຳພາ ການປະຕິວັດ ຫວຽດ ນາມ ໂດຍກົງ. ຢູ່ທີ່ນີ້, ພູຜາປ່າໄມ້, ເຮືອນຊານບ້ານຊ່ອງ ເຄີຍ ເປັນສະຖານທີ່ປະຫວັດສາດ ລ້ວນແຕ່ໄດ້ຈາລຶກຮູບພາບ ຂອງ ປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກ, ບິດາ ຂອງຊາດ ຫວຽດ ນາມ. ເມື່ອໄດ້ມາຍາມ ປັກບໍ໋, ໃນຈິດໃຈ ຂອງ ພວກຂ້າພະເຈົ້າຮູ້ ສຶກ ໄດ້ເຖິງ ຮູບພາບ ຂອງ ເພິ່ນ ແລະ ຮອຍຕີນ ຂອງເພິ່ນ ທີ່ຍັງ ຄົງ ຢູ່ນຳດິນແດນ ແຫ່ງນີ້ຕະຫຼອດໄປ.
  

ປັກບໍ໋ (ແຂວງ ກາວບັ່ງ), ແມ່ນດິນແດນປະຫວັດສາດ ທີ່ຕິດພັນ ກັບເສັ້ນທາງການເຄື່ອນໄຫວປະຕິວັດ ຂອງ ປະທານ ໂຮ່ຈີມິນ ໃນ ໄລຍະທີ່ເພິ່ນກັບຄືນປະເທດ ເພື່ອນຳພາ ການປະຕິວັດ ຫວຽດ ນາມ ໂດຍກົງ. ຢູ່ທີ່ນີ້, ພູຜາປ່າໄມ້, ເຮືອນຊານບ້ານຊ່ອງ ເຄີຍ ເປັນສະຖານທີ່ປະຫວັດສາດ ລ້ວນແຕ່ໄດ້ຈາລຶກຮູບພາບ ຂອງ ປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກ, ບິດາ ຂອງຊາດ ຫວຽດ ນາມ. ເມື່ອໄດ້ມາຍາມ ປັກບໍ໋, ໃນຈິດໃຈ ຂອງ ພວກຂ້າພະເຈົ້າຮູ້ ສຶກ ໄດ້ເຖິງ ຮູບພາບ ຂອງ ເພິ່ນ ແລະ ຮອຍຕີນ ຂອງເພິ່ນ ທີ່ຍັງ ຄົງ ຢູ່ນຳດິນແດນ ແຫ່ງນີ້ຕະຫຼອດໄປ.

 

ໃນທ່າມກາງອາກາດທ່ີໜາວເຢັນ ຂອງ ຕົ້ນລະດູບານໃໝ່, ຜ່ານ ເສັ້ນທາງ ຖ໋າຍງວຽນ - ກາວບັ່ງ ທີ່ຄົດລ້ຽວຕາມສາຍພູ, ພວກຂ້າ ພະເຈົ້າໄດ້ເດີນທາງມາຮອດ ປັກບໍ໋ ໃນລະດູ ດອກເໝີຍ ແລະ ດອກ ໝາກໝັ້ນ ພວມເບັ່ງບານ. ທິວທັດທໍາມະຊາດ ຂອງ ພູຜາ ປ່າດົງ ແລະ ເຮືອນຊານບ້ານຊ່ອງ ທີ່ງຽບສະຫງົບ ຢູ່ໃຕ້ຕີນພູທີ່ສະ ຫຼັບຊັບຊ້ອນ ໄດ້ເຮັດໃຫ້ ນຶກເຫັນຮູບພາບ ຂອງ ເຂດ ຫວຽດບັກ ໃນສະໄໝຕໍ່ຕ້ານ.

 
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ລົງນາມໃນສະໝຸດຢ້ຽມ ຢູ່ຫໍ ບູຊາ ປະທານ ໂຮ່ຈີມິນ ໃນເຂດບູຮານສະຖານແຫ່ງຊາດ ພິເສດ ປັກບໍ໋. ພາບ: ຖົ໋ງເຍິດ - VNA

ທ່າມກາງບັນຍາກາດລະດູບານໃໝ່ ທີ່ປະສົມປະສານກັບສີຂາວ ຂອງດອກໄມ້, ເມື່ອຢືນຢູ່ຕໍ່ໜ້າສະຖານທີ່ປະຫວັດສາດ ປັກບໍ໋, ພວກຂ້າພະເຈົ້ານຶກເຖິງບົດກອນ ຂອງ ນັກກະວີ ໂຕ໋ຫືວ ທີ່ໄດ້ ບັນທຶກຊ່ວງເວລາທີ່ ປະທານ ໂຮ່ຈີມິນ ກັບຄືນປະເທດ ຫຼັງຈາກ 30 ປີ ແຫ່ງການເດີນທາງຊອກຫາເສັ້ນທາງກູ້ຊາດ ຊຶ່ງມີຄວາມ ໝາຍວ່່າ: “ລຸງກັບມາແລ້ວ ປະເທດຊາດເອີຍ / ຄຶດຮອດກ້ອນດິນ ທີ່ອົບອຸ່ນ ດ້ວຍອາຍອຸ່ນຂອງເພິ່ນ / ສາມສິບປີ ເດີນທາງທີ່ບໍ່ເຄີຍ ພັກຜ່ອນ / ຈົນມາຮອດບັດນີ້ ຈຶ່ງເຖິງ ຈຸດໝາຍ”.

ຍ່າງໄປຕາມທາງ ທີ່ພາໄປເຖິງ ຫໍວາງສະແດງ ເຂດປູຊະນີຍະສະ ຖານ ແຫ່ງຊາດພິເສດ ປັກບໍ໋, ພວກຂ້າພະເຈົ້າ ໄດ້ຟັງເລື່ອງລາວ ກ່ຽວກັບເຫດການ ວັນທີ 28 ມັງກອນ 1941, ເມື່ອປະທານ ໂຮ່ຈີ ມິນ ກັບຄືນປະເທດ ເພື່ອຊີ້ນຳ ການປະຕິວັດ ຫວຽດນາມໂດຍກົງ. ຫຼັກໝາຍ 108 ຢູ່ຊາຍແດນ ຫວຽດນາມ - ສປ ຈີນ, ຕັ້ງຢູ່ ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວາງ, ແຂວງ ກາວບັ່ງ ແມ່ນບ່ອນທີ່ເພິ່ນ ໄດ້ ກັບຄືນສູ່ບ້ານເກີດເມືອງນອນ ຫຼັງຈາກ 30 ປີແຫ່ງການເດີນທາງ ຊອກຫາເສັ້ນທາງກອບກູ້ປະເທດຊາດ, ກອບກູ້ ປະຊາຊົນ.

 

ເປັນໜ້າເລື່ອງຕື້ນຕັນໃຈຍິ່ງ ເມື່ອໄດ້ຟັງເລື່ອງລາວທີ່ວ່າ ເມື່ອເພິ່ນ ມາຮອດຫຼັກໝາຍ 108, ເພິ່ນໄດ້ຈັບກ້ອນດິນຂຶ້ນມາຈູບ ຄືກັບ ລູກ ໄດ້ກັບຄືນສູ່ອ້ອມອົກ ຂອງ ແມ່ທີ່ແສນຮັກ. 

ເມື່ອກັບຄືນປະເທດ, ປະທານ ໂຮ່ຈີມິນ ໄດ້ເລືອກເອົາ ປັກບໍ໋ ເປັນ ບ່ອນເຄື່ອນໄຫວປະຕິວັດ, ຊີ້ນຳຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ. ຕາມຄຳບອກເລົ່າ ຂອງ ປະຊາຊົນທ້ອງຖິ່ນ, ປັກບໍ໋ ມີພູມສັນຖານ ທີ່ທຸລະກັນດານ, ມີພູສູງ ແລະ ຫ້ວຍເລິກ, ເຊິ່ງ ພາສາເຜົ່ານຸ່ງ ເອີ້ນວ່າ “ກົກບໍ່” (ຕົ້ນນ້ຳ). ຢູ່ທີ່ນີ້ ມີຖ້ຳ ປັກບໍ໋ ທີ່ເລິກ ແລະ ກວ້າງ, ເພິ່ນໄດ້ຕັ້ງຊື່ວ່າ “ຢ່າທູ” ແລະ ເລືອກບ່ອນນີ້ ເປັນບ່ອນຢູ່ອາໄສ ແລະ ເຮັດວຽກ.

 

ຢືນຢູ່ຕໍ່ໜ້າຖ້ຳ ປັກບໍ໋, ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ເຄົາ ລັບນັບຖື ຕໍ່ຄວາມລຽບງ່າຍ ແຕ່ຍິ່ງໃຫຍ່ ຂອງ ເພິ່ນ ໃນຊຸມມື້ ທີ່ ເພິ່ນຊີ້ນຳການປະຕິວັດ ຢູ່ທີ່ນີ້. ຖ້ຳທີ່ເລິກ ແລະ ປ່າໄມ້ທີ່ຕຶບໜາ ໄດ້ປົກປ້ອງເພິ່ນ ໃນຊຸມມື້ແຫ່ງການຕໍ່ຕ້ານ ທີ່ເຕັມໄປດ້ວຍຄວາມ ຫຍຸ້ງຍາກລຳບາກ. ເຖິງວ່າຈະຂາດເຂີນດ້ານວັດຖຸ, ແຕ່ຈິດໃຈ ຂອງ ເພິ່ນຍາມໃດກໍ່ມີຄວາມເບີກບານມ່ວນຊື່ນ ແລະ ເຊື່ອໝັ້ນຕໍ່ ອະນາຄົດ ອັນສະຫວ່າງສະໄຫວ ຂອງ ການປະຕິວັດ. 

ຢູ່ເຂດພູເຂົາ ປັກບໍ໋, ເພິ່ນໄດ້ຊີ້ນຳ ແລະ ວາງແນວທາງ ທ່ີສຳຄັນ ໃຫ້ແກ່ການປະຕິວັດຊາດ. ໃນນັ້ນ ມີການຕັດສິນໃຈ ທ່ີສຳຄັນຍິ່ງ ຄືການອອກຄຳສັ່ງ ສ້າງຕັ້ງ ກອງທະຫານ ໂຄສະນາ ປົດປ່ອຍ ຫວຽດນາມ ທີ່ເພິ່ນໄດ້ສົ່ງໃຫ້ສະຫາຍ ຫວໍ ງວຽນຢາບ.

ວັນທີ 22 ທັນວາ 1944, ຢູ່ທີ່ປ່າ ຊາມກາວ, ເມືອງ ງວຽນບິ່ງ, ກອງທະຫານໂຄສະນາປົດປ່ອຍ ຫວຽດນາມ ໄດ້ຮັບການສ້າງຕັ້ງ ຂຶ້ນ ໂດຍເບື້ອງຕົ້ນມີນັກຮົບ 34 ສະຫາຍ ພາຍໃຕ້ການບັນຊາ ຂອງ ສະຫາຍ ຫວໍງວຽນຢາບ. ຢູ່ຂ້າງໂຕະຫີນອັນລຽບງ່າຍ, ແຄມ ສາຍຫ້ວຍ ເລນິນ ທີ່ໃສເຢັນ ແລະ ໃຕ້ພູ ກາກມາກ ທີ່ຕັ້ງສະຫງ່າ, ປະທານ ໂຮ່ຈີມິນ ໄດ້ໃຊ້ເວລາແປປຶ້ມ “ປະຫວັດສາດ ພັກກອມ ມູນິດ ລັດເຊຍ” ເປັນພາສາ ຫວຽດນາມ ເພື່ອໃຊ້ເປັນ ເອກະສານ ຝຶກອົບຮົມ ສະມາຊິກພັກ.

 

ຫໍວາງສະແດງເຂດປູຊະນີຍະສະຖານ ແຫ່ງຊາດພິເສດ ປັກບໍ໋ ຕັ້ງ ຢູ່ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວາງ, ຖືກສ້າງຂຶ້ນເທິງພື້ນທີ່ກວ້າງ ຂວາງ ແລະ ຮາບພຽງ, ຫຼັງຄາມຸງດ້ວຍກະເບື້ອງສີແດງ ສົດໃສ, ດ້ານຫຼັງແມ່ນພູສູງ ແລະ ລ້ອມຮອບດ້ວຍປ່າໄມ້ຂຽວອຸ່ມທຸ່ມ. ເຂດ ປູຊະນີຍະສະຖານແຫ່ງນີ້ ໄດ້ເກັບຮັກສາ ບັນດາຮູບພາບ ທ່ີລ້ຳຄ່າ ແລະ ເອກະສານປະຫວັດສາດ ກ່ຽວກັບ ປະທານ ໂຮ່ຈີມິນ ແລະ ເຫດການ ປະຕິວັດ ໃນໄລຍະທຳອິດ.

ຈາກຖ້ຳ ປັກບໍ໋, ຕາມເອກະສານປະຫວັດສາດ ແລະ ຄຳບອກເລົ່າ ຂອງ ຜູ້ນຳທ່ຽວ, ພວກຂ້າພະເຈົ້າ ໄດ້ໄປຢ້ຽມຢາມບັນດາສະຖານ ທີ່ ທີ່ຕິດພັນກັບເພິ່ນ ໃນເຂດເມືອງ ຮ່າກວາງ (ກາວບັ່ງ). 

 

ບັນດາສະຖານທີ່ສ່ວນໃຫຍ່ແມ່ນຕິດພັນກັບທຳມະຊາດ ເຊັ່ນ: ຖ້ຳ ຫຼຸ໊ງລ້ານ, ບ່ອນທີ່ເພິ່ນຢູ່ ແລະ ເຮັດວຽກໃນຊ່ວງທ້າຍເດືອນ ມີນາ 1941; ຖ້ຳ ເຫງື່ອມວ່າຍ. ຕູບ ຂວຍນ້ຳ ແມ່ນບ່ອນ ທີ່ເພິ່ນ ຢູ່ດົນ ທີ່ສຸດ, ເຊິ່ງຖືກສ້າງຂຶ້ນຕາມແບບເຮືອນຮ້ານ, ເປັນບ່ອນ ທີ່ມີພູມ ສັນຖານສະດວກ, ປອດໄພ ແລະ ເປັນຄວາມລັບ. ນອກຈາກນັ້ນ ຍັງມີຖ້ຳ ສະລີ໋ດ໋ຽງ, ຖ້ຳ ຢຽມຕຽວ ແລະ ພື້ນເຮືອນ ຂອງ ລຸງ ຫຼີ ກວ໋ກຊຸງ ເຊິ່ງເປັນເຮືອນ ທີ່ເພິ່ນມາພັກເຊົາ ເມື່ອຫາກໍ່ກັບປະເທດ.

ຫ້ວຍ ເລນິນ, ບ່ອນທີ່ເພິ່ນມານັ່ງຕຶກເບັດ, ຍັງຄົງມີຄວາມງາມ ແບບທຳມະຊາດ, ນ້ຳໃສເຢັນ ໄຫຼມາຈາກຕົ້ນນ້ຳ ໃນປ່າເລິກ ເຫັນ ເງົາພູ ກາກມາກ ສະທ້ອນເງົາລົງສູ່ສາຍນ້ຳ. ຢູ່ຕາມໜ້າຜາ, ກຸ່ມ ໄມ້ ຂຽວງາມ ຢ່ອນລົງຫາສາຍນ້ຳ ເຮັດໃຫ້ ບັນຍາກາດ ເຕັມໄປ ດ້ວຍ ສີຂຽວ ຂອງ ພູຜາປ່າໄມ້. 

 

ໃນໄລຍະເຄື່ອນໄຫວຢູ່ທີ່ນີ້, ເພິ່ນໄດ້ເປັນຜູ້ຕັ້ງຊື່ໃຫ້ສາຍຫ້ວຍ ເລນິນ ແລະ ພູ ກາກມາກ. ຢູ່ແຄມຫ້ວຍນັ້ນ, ເພິ່ນໄດ້ເລືອກ ແຜ່ນ ຫີນທີ່ຮາບພຽງ ມາເຮັດເປັນໂຕະ ເພື່ອຂຽນເອກະສານ. 

ອາຈານ ນົງຕ໋ວນຈູງ, ຄູສອນຢູ່ໂຮງຮຽນ ມັດທະຍົມຕອນປາຍ ທົງ ນົງ (ກາວບັ່ງ) ໄດ້ກ່າວວ່າ: “ປັກບໍ໋ ແມ່ນສະຖານທ່ີເກັບຮັກສາຮູບ ພາບ ອັນສັກສິດ ຂອງ ປະທານ ໂຮ່ຈີມິນ, ແມ່ນທີ່ຢູ່ແຫ່ງຈິດໃຈ ເພື່ອໃຫ້ ຄົນຮຸ່ນໜຸ່ມ ມຸ່ງໜ້າສູ່ ຕົ້ນກຳເນີດ ແຫ່ງການປະຕິວັດ ຂອງ ຊາດ”.

ການກັບມາ ປັກບໍ໋ ແມ່ນການກັບຄືນສູ່ຕົ້ນກຳເນີດ ແຫ່ງການປະຕິ ວັດ. ທຸກໆ ຖ້ຳຫີນ, ສາຍຫ້ວຍ, ປ່າໄມ້ ແລະ ເຮືອນທຸກຫຼັງ ລ້ວນ ແຕ່ມີຮອຍປະທັບຂອງເພິ່ນ. ພູຜາປ່າໄມ້ໃນສະໄໝກ່ອນ ຍັງຄົງ ດັງກ້ອງ ດ້ວຍຄຳ ສັນລະເສີນ ຄຸນງາມຄວາມດີ ອັນຍິ່ງໃຫຍ່ ຂອງ ເພິ່ນ ທີ່ມີຕໍ່ ການປະຕິວັດ ຫວຽດນາມ. ຊີວິດຢູ່ທີ່ນີ້ ມີຄວາມອີ່ມ ໜຳສຳລານ ແລະ ມີການປ່ຽນແປງດີຂຶ້ນໃນແຕ່ລະມື້. ທິວທັດອັນ ລຽບງ່າຍ ຂອງ ປັກບໍ໋ ຍາມໃດກໍ່ ເຮັດໃຫ້ຜູ້ຄົນນຶກເຫັນຮູບພາບ ຂອງ ບິດາ ທີ່ແສນເຄົາລົບຮັກ ຂອງ ຊາດ ສະເໝີ.

  •                        ຈັດຕັ້ງປະຕິບັດ: ທົງທ້ຽນ - ເນື້ອໃນ: VNP/ໜັງສືພິມກອງທັບປະຊາຊົນ - ພາບ: VNP/VNA - ເຕັກນິກກຣາຟິກ: ຟອງທູ - ແປໂດຍ: ບິກລຽນ

 


top