ການຢ້ຽມຢາມຂອງກະສັດ, ມະຫາເຫສີ ພ້ອມດ້ວຍການຮ່ວມເດີນທາງຂອງເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງພູຖານຄັ້ງນີ້, ແມ່ນຂີດໝາຍສຳຄັນ, ສ້າງໂອກາດເພື່ອນຳການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ພູຖານ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ພ້ອມກັບກະສັດ ພູຖານ Jigme Khesar Namgyel Wangchuck ແລະ ມະເຫສີ ຢູ່ທຳນຽບປະທານປະເທດ (ພາບ: TTXVN)
ຕອນເຊົ້າວັນທີ 22 ສິງຫາ, ກະສັດ ພູຖານ Jigme Khesar Namgyel Wangchuck ແລະ ມະເຫສີ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ແຕ່ວັນທີ 18 – 22 ສິງຫາ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ຕ້ອນຮັບກະສັດ ພູຖານ Jigme Khesar Namgyel Wangchuck. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບ ແລະ ພົບປະສົນທະນາ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບກະສັດ ພູຖານ. ໃນການພົບປະ, ສົນທະນາຕ່າງໆ, ການນຳ ຫວຽດນາມ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂັ້ນປະມຸກລັດຄັ້ງທຳອິດລະຫວ່າງສອງປະເທດ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຂອງກະສັດ, ມະຫາເຫສີ ພ້ອມດ້ວຍການຮ່ວມເດີນທາງຂອງເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງພູຖານຄັ້ງນີ້, ແມ່ນຂີດໝາຍສຳຄັນ, ສ້າງໂອກາດເພື່ອນຳການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ພູຖານ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.